ວັນທີ 27 ທັນວາ 2024, ໂຄງການສະໜອງນ້ຳປະປາ ແລະ ຮັບປະກັນນ້ຳດື່ມທີ່ປອດໄພຢູ່ບ້ານອາງດາ ນະຄອນຫຼວງເນປີດໍ ປະເທດມຽນມາ ທີ່ເປັນໂຄງການສາທິດສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ຊົນນະບົດໄລຍະ 2 ພາຍໃຕ້ຫົວຂໍ້ “ການເຄື່ອນໄຫວນ້ຳສະອາດ ການພັດທະນາແບບສີຂຽວ” ຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງສະໜັບສະໜູນໂດຍກອງທຶນສະເພາະກິດວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງລັດຖະບານຈີນໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ. ທ່ານລາໂມ(Hla Moe) ລັດຖະມົນຕີກະຊວງສະຫະກອນ ແລະ ພັດທະນາຊົນນະບົດມຽນມາ, ທ່ານ ທານຕຸນໂອ(Than Tun Oo) ປະທານຄະນະກຳມະການຄຸ້ມຄອງເຂດເນປີດໍທີ່ຂຶ້ນກັບສະຫະພາບໂດຍກົງ, ທ່ານໂອ່ວຢາງຕ້າວປິ່ງ ທີ່ເປິກສາສະຖານທູດຈີນປະຈຳມຽນມາ, ທ່ານ ເສີງເຢ້ນ ປະທານບໍລິສັດພະລັງງານປອດກາກບອນຂອງກຸ່ມບໍລິສັດລົງທຶນພະລັງໄຟຟ້າແຫ່ງຊາດ(ສາຂາມຽນມາ)ໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ມີຄຳເຫັນ. ມີຜູ້ຕາງໜ້າກະຊວງກົມກອງທີ່ກ່ຽວຂ້ອງຂອງມຽນມາ, ຜູ້ຕາງໜ້າວິສາຫະກິດຈີນປະຈຳມຽນມາຈຳນວນໜຶ່ງ ແລະ ປະຊາຊົນທ້ອງຖິ່ນລວມທັງໝົດ 200 ກວ່າຄົນໄດ້ເຂົ້າຮ່ວມພິທີຄັ້ງນີ້.
ໂຄງການດັ່ງກ່າວແມ່ນສະຖາບັນວິທະຍາສາດແມ່ນ້ຳຢາງເຊຄະນະກຳມະການຊັບພະຍາກອນນ້ຳແມ່ນ້ຳຢາງເຊກະຊວງຊັບພະຍາກອນນ້ຳຈີນເປັນຜູ້ປະສານງານ, ບໍລິສັດລົງທຶນພະລັງໄຟຟ້າສາກົນຢຸນນານຂອງກຸ່ມບໍລິສັດລົງທຶນພະລັງໄຟຟ້າແຫ່ງຊາດຈີນເປັນຜູ້ຮັບເໝົາກໍ່ສ້າງ.