ໃນທຸກວັນອັງຄານ, ໝາກໄມ້ ແລະ ຜັກທີ່ເປັນເອກະລັກຕ່າງໆ ເຊັ່ນ: ບຣັອກໂຄລີ, ຜັກກາດ, ໝາກເຜັດ ແລະອື່ນໆ ເຊິ່ງມາຈາກແຫ່ງຕ່າງໆຂອງແຂວງຢຸນນານ ຈະຖືກບັນທຸກໄວ້ຢູ່ໃນລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນຢຸນນານ·ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ສົ່ງໄປສູ່ປະເທດອາຊີຕາເວັນອອກສຽງໃຕ້ ລວມທັງ ລາວ ແລະ ໄທ ຕາມທາງລົດໄຟຈີນ-ລາວ.
ລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນຢຸນນານ·ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເລີ່ມເປີດບໍລິການຢູ່ທ່າບົກສາກົນ ເທີງຈຸ້ນ ທີ່ນະຄອນຄຸນໝິງແຂວງຢຸນນານເມື່ອວັນທີ 24 ກັນຍາ 2024, ປັດຈຸບັນ ໄດ້ໃຫ້ການບໍລິການຢ່າງເປັນປົກກະຕິ.
ທ່ານສ່ານເສວຢວີ້ ຜູ້ອຳນວຍການພາກບໍລິຫານ-ຄຸ້ມຄອງຂອງບໍລິສັດຈໍລະຈອນສິນຄ້າສາກົນເທິງຈຸ້ນຢຸນນານກ່າວວ່າ: “ພວກເຮົານຳໃຊ້ ‘ການຂົນສົ່ງແບບປະສົມຫຼາຍຮູບແບບ’ ‘ອອກໃບສັ່ງພຽງຄັ້ງດຽວ’ ‘ການຂົນສົ່ງດ້ວຍຕູ້ດຽວ’ໃນຕະຫຼອດທາງ, ຊ່ວຍໃຫ້ລູກຄ້າປະຢັດຕົ້ນທຶນໜ້ອຍລົງ 30%, ປະສິດທິພາບໄດ້ຍົກສູງຂຶ້ນ 40%, ສາມາດໃຫ້ການບໍລິການແບບ ‘ອອກໃບສັ່ງພຽງຄັ້ງດຽວສາມາດຂົນສົ່ງໄປເຖິງຈຸດໝາຍປາຍທາງ’ ‘ຂົນສົ່ງໄປເຖິງຈຸດໝາຍປາຍທາງດ້ວຍຕູ້ດຽວ’ ແລະ ‘ການບໍລິການແບບປະຕູດຽວ’ ຢ່າງແທ້ຈິງ.”
ນັບມາຮອດວັນທີ 24 ທັນວາ 2024, ລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນຢຸນນານ·ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ໄດ້ເປີດບໍລິການ 27 ຖ້ຽວ, ໂດຍໄດ້ຂົນສົ່ງໝາກໄມ້ ແລະ ຜັກທີ່ມີຄຸນນະພາບສູງຂອງແຂວງຢຸນຈຳນວນເກືອບ 3.000 ໂຕນ, ໄດ້ສ້າງຂົວເຊື່ອມຈອດການຄ້າຜະລິດຕະພັນກະສິກຳທີ່ມີປະສິດທິພາບສູງລະຫວ່າງຈີນ ລາວ ແລະ ໄທ, ຊຸກຍູ້ການຮ່ວມມືດ້ານການຈໍລະຈອນ ແລະ ການຄ້າຜະລິດຕະພັນກະສິກຳລະຫວ່າງ 3 ປະເທດຢ່າງແຂງແຮງ, ໄດ້ເພີ່ມພະລັງຂັບເຄື່ອນໃໝ່ເຂົ້າໃນການພັດທະນາເສດຖະກິດຂອງພາກພື້ນ.