ວັນທີ 29 ທັນວານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງຊົນລະປະທານຈີນວ່າ: ປັດຈຸບັນ, ຈີນໄດ້ສ້າງສຳເລັດພື້ນທີ່ຊົນລະປະທານ 7300 ກວ່າແຫ່ງ, ເນື້ອທີ່ລະບາຍນ້ຳໃສ່ນາຂອງຈີນມີເຖິງ 71 ລ້ານ 7 ແສນ 2 ພັນ 500 ເຮັກຕາ, ກວມ 56% ຂອງເນື້ອທີ່ປູກຝັງທົ່ວປະເທດ. ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ມີຄວາມໝັ້ນທ່ຽງໂດຍພື້ນຖານທາງດ້ານການລະບາຍນ້ຳໃສ່ນາ, ໄດ້ຮັບປະກັນໃຫ້ເນື້ອທີ່ລະບາຍນ້ຳແລະປະລິມານການຜະລິດສະບຽງອາຫານຂອງຈີນມີການເພີ່ມຂຶ້ນຢ່າງໝັ້ນທ່ຽງ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງຊົນລະປະທານຈີນກ່າວວ່າ: ປັດຈຸບັນນີ້ຈີນໄດ້ສ້າງສຳເລັດລະບົບເຄືອຂ່າຍຊົນລະປະທານທີ່ມີການເກັບນ້ຳ, ການປັບທາງນ້ຳ, ການຍົກສູງລະດັບນ້ຳ, ການສົ່ງນ້ຳແລະການລະບາຍນ້ຳທີ່ອ່າວສົມບູນ, ຕໍ່ໄປຂ້າງໜ້ານີ້ຈະສືບຕໍ່ຊຸກຍູ້ການພັດທະນາຂອງຊົນລະປະທານກະສິກຳ.