ໂລກໄດ້ເຫັນໂອກາດຈາກຜົນການສຳຫຼວດເສດຖະກິດຈີນ

CGTN, December 31, 2024
Size:

ວັນທີ 26 ທັນວານີ້, ລັດຖະບານຈີນໄດ້ເປີດເຜີຍຜົນການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ 5 ໂດຍສະແດງໃຫ້ເຫັນວ່າ: ໃນປີ 2023, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນມີເຖິງເກືອບ 130.000 ຕື້ຢວນ, ປະລິມານເສດຖະກິດຂອງຈີນແມ່ນຢູ່ໃນອັນດັບສອງຂອງໂລກ; ໃນຮອບ 5 ປີທີ່ຜ່ານມາ, ອັດຕາການປະກອບສ່ວນສະເລ່ຍຂອງເສດຖະກິດຈີນທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກມີເຖິງປະມານ 30%, ເປັນແຫຼ່ງເຕີບໂຕໃຫຍ່ທີ່ສຸດຂອງການພັດທະນາເສດຖະກິດທົ່ວໂລກ. ພ້ອມດຽວກັນ, ທະນາຄານໂລກໄດ້ປັບການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດຈີນໃນປີ 2024 ແລະ ປີ 2025 ໃຫ້ສູງຂຶ້ນ. ໃນສາຍຕາຂອງວົງການພາຍນອກ, ຜົນການສຳຫຼວດດັ່ງກ່າວມີຄວາມເປັນຈິງ ແລະ ຖືກຕ້ອງ, ໄດ້ສ່ອງແສງໃຫ້ເຫັນເຖິງສະພາບການປ່ຽນແປງຂອງເສດຖະກິດຈີນໃນຮອບ 5 ປີທີ່ຜ່ານມາຢ່າງພາວະວິໄສ.

ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກ, ການສຳຫຼວດເສດຖະກິດຂອງຈີນຢ່າງຈະແຈ້ງມີຄວາມໝາຍສຳຄັນຕໍ່ທົ່ວໂລກ. ໃນຮອບ 5 ປີທີ່ຜ່ານມາ, ສະພາບແວດລ້ອມສາກົນໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ ແລະ ສັບສົນ, ນອກນີ້ ຍັງໄດ້ປະສົບການແພ່ລະບາດຂອງພະຍາດໂຄວິກ-19 ເປັນໄລຍະເວລາ 3 ປີອີກ. ເມື່ອຜະເຊີນໜ້າກັບສິ່ງທ້າທາຍຕ່າງໆນາໆ, ເສດຖະກິດຈີນໄດ້ມີຄວາມຄືບໜ້າບົນພື້ນຖານຄວາມໝັ້ນທ່ຽງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມໜຽວແໜ້ນຂອງຕົນ. ໃນໄລຍະດັ່ງກ່າວ, ອຸດສາຫະກຳການຜະລິດຂອງຈີນໄດ້ຟື້ນຟູຄວາມສາມາດການຜະລິດ ພ້ອມທັງເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງໄດ້ຮັບປະກັນໃຫ້ລະບົບຕ່ອງໂສ້ການສະໜອງທົ່ວໂລກສາມາດເຄື່ອນໄຫວຢ່າງປົກກະຕິ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຄວາມໝັ້ນທ່ຽງຂອງເສດຖະກິດໂລກ.

ຂະນະດຽວກັນ, ຜົນການຄົ້ນຄວ້າຂອງກອງທຶນເງິນຕາສາກົນສະແດງໃຫ້ເຫັນວ່າ: ການເຕີບໂຕຂອງເສດຖະກິດຈີນໄດ້ສ້າງປະສິດທິຜົນໃຫ້ແກ່ເຂດແຄວ້ນອື່ນໆໃນໂລກ ນັ້ນກໍຄື: ເມື່ອເສດຖະກິດຈີນເພີ່ມຂຶ້ນ 1%, ຈະເຮັດໃຫ້ລະດັບການຜະລິດຂອງກຸ່ມເສດຖະກິດອື່ນໆເພີ່ມຂຶ້ນ 0,3%.

ຄວາມໝັ້ນໃຈດັ່ງກ່າວຍັງສືບຕໍ່ເພີ່ມຂຶ້ນຕື່ມອີກ. ກອງປະຊຸມວຽກງານເສດຖະກິດສູນກາງຈີນໃນປີນີ້ໄດ້ລະບຸຢ່າງຈະແຈ້ງວ່າ: ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ສ້າງຄວາມໝັ້ນທ່ຽງໃຫ້ກັບການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ. ໂລກເຫັນໄດ້ຢ່າງຈະແຈ້ງຕື່ມວ່າ: ພື້ນຖານເສດຖະກິດຈີນທີ່ມີທ່ວງທ່າເພີ່ມຂຶ້ນ ແລະ ພັດທະນາໄປຕາມທິດທາງທີ່ດີ ບໍ່ໄດ້ມີການປ່ຽນແປງ, ຫຼັກການ ແລະ ທິດທາງສ້າງຜົນປະໂຫຍດໃຫ້ແກ່ໂລກບໍ່ໄດ້ມີການປ່ຽນແປງ, ນີ້ຄືຄວາມແນ່ນອນໃຫຍ່ທີ່ສຸດຂອງເສດຖະກິດຈີນສຳລັບເສດຖະກິດໂລກ.