ລະຫວ່າງວັນທີ 18 ຫາ 21 ທັນວາ 2024, ງານສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ມີຜູ້ປະກອບການໃນຂະແໜງຮູບເງົາ ແລະ ແຂກຮັບເຊີນຈາກບັນດາປະເທດ LM ໄດ້ເຂົ້າຮ່ວມສົນທະນາຢ່າງຟົດຟື້ນກ່ຽວກັບກາລະໂອກາດໃໝ່ ແລະ ການພັດທະນາໃໝ່ຂອງຂະແໜງວັດທະນະທຳຮູບເງົາ.
ຜູ້ເຂົ້າຮ່ວມງານດັ່ງກ່າວເຫັນວ່າ: ງານສັບປະດາຮູບເງົາສາກົນ LM ໃນຖານະເປັນສັນຍາລັກການແລກປ່ຽນດ້ານວັດທະນະທໍາ LM ໄດ້ເພີ່ມທະວີຄວາມເຂົ້າໃຈກັນ ແລະ ເພີ່ມພູນຄູນສ້າງມິດຕະພາບລະຫວ່າງປະຊາຊົນຂອງປະເທດພາກພື້ນ LM ຢ່າງແຂງແຮງ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງຈາກບຸກຄົນໃນວົງການ ແລະ ປະຊາຊົນຂອງບັນດາປະເທດ. ປີນີ້ແມ່ນ “ປີແລກປ່ຽນວັດທະນະທໍາຈີນ-ກຳປູເຈຍ” ແລະ ສອງປະເທດໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳຕ່າງໆຢ່າງສຳເລັດຜົນ ລວມທັງກິດຈະກຳວັດທະນະທຳ, ການທ່ອງ ທ່ຽວ, ຊາວໜຸ່ມ ແລະ ການແລກປ່ຽນລະຫວ່າງທ້ອງຖິ່ນ ເປັນຕົ້ນ. ງານສັບປະດາຮູບເງົາຄັ້ງນີ້ແມ່ນງານສຳຄັນໜຶ່ງເພື່ອແລກປ່ຽນວັດທະນະທຳຈີນ-ກຳປູເຈຍ. ເຊື່ອໝັ້ນວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳຮູບເງົາລະຫວ່າງຈີນ ແລະ ກຳປູເຈຍ ຍ່ອມຈະສ້າງໃຫ້ມີອະນາຄົດທີ່ກວ້າງໄກກວ່າເກົ່າ.
ໃນພິທີເປີດ, ໄດ້ສາຍສາລະຄະດີໂຄສະນາງານສັບປະດາຮູບເງົາສາກົນ LM ຄັ້ງທີ 6 ແລະ ປະເມິນຮູບເງົາທີ່ນຳມາສາຍ ພ້ອມທັງມີການສະແດງຟ້ອນລຳພື້ນເມືອງຂອງກຳປູເຈຍ ແລະ ການເດີນແບບຊຸດປະເພນີຂອງບັນດາປະເທດ LM.
ໃນງານດັ່ງກ່າວ, ມີຮູບເງົາ 20 ເລື່ອງ ຂອງປະເທດພາກພື້ນ LM ໄດ້ຖືກນໍາໄປສາຍຢູ່ໂຮງຮູບເງົາຫຼາຍແຫ່ງໃນນະຄອນຫຼວງພະນົມເປັນຕາມລຳດັບ. ນອກຈາກນີ້, ຍັງໄດ້ຈັດກິດຈະກຳອື່ນໆ ເຊັ່ນ: ການແລກປ່ຽນດ້ານວິຊາການວຽກງານຮູບເງົາ, ສຳມະນາການແລກປ່ຽນ ແລະ ການຮ່ວມມືດ້ານຮູບເງົາໃນພາກພື້ນ LM, ການນຳສະເໜີໂຄງການຮູບເງົາ ແລະ ການເຊັນສັນຍາການຮ່ວມມື, ງານລາຕີແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ເປັນຕົ້ນ.