ຈີນ​ແລະ​ລາວໄດ້​ສຳ​ເລັດ​ໜ້າ​ທີ່​ການ​ຮັກ​ສາ​ແລະ​ສ້ອມ​ແປງທາງ​ລົດ​ໄຟ​ຈີນ-ລາວ​​ຂະ​ໜາດ​ໃຫຍ່

CGTN, December 30, 2024
Size:

ຕອນຮຸ່ງເຊົ້າວັນທີ 26 ທັນວານີ້,ຄຽງຄູ່ກັບລົດໄຟກົນຈັກຮັກສາທາງລົດໄຟຂະໜາດໃຫຍ່ສີເຫຼືອງຂະບວນໜຶ່ງໄດ້ອອກເດີນທາງຈາກດ່ານບໍ່ເຕັນຂອງລາວແລະແລ່ນໄປສູ່ນະຄອນຄຸນໝິງຂອງຈີນ ໄດ້ສະແດງໃຫ້ເຫັນວ່າວຽກງານຮັກສາແລະສ້ອມແປງທາງລົດໄຟຈີນ-ລາວໝົດສາຍຂະໜາດໃຫຍ່ຄັ້ງທຳອິດທີ່ໄດ້ດຳເນີນມາເປັນເວລາ 4 ເດືອນໄດ້ສຳເລັດແລ້ວ ເຊິ່ງໄດ້ໃຫ້ສິ່ງຄ້ຳປະກັນທີ່ໝັ້ນແກ່ນແກ່ການຂົນສົ່ງຜ່ານທາງລົດໄຟໃນໄລຍະບຸນກຸດຈີນປີ 2025 ທີ່ຈະມາເຖິງ.

ເພື່ອຮັບປະກັນຄວາມປອດໄພແລະຄວາມໝັ້ນທ່ຽງຂອງທາງລົດໄຟຈີນ-ລາວພາຍໃຕ້ສະພາບການເຮັດວຽກດ້ານການຂົນສົ່ງທີ່ໜັກສົມຄວນ, ພາກສ່ວນທາງລົດໄຟຂອງສອງປະເທດຈີນແລະລາວໄດ້ຮັດແໜ້ນການຮ່ວມມືແຕ່ເດືອນກັນຍາປີນີ້ເປັນຕົ້ນມາ ແລະໄດ້ຮ່ວມກັນວາງແຜນການຮັກສາແລະສ້ອມແປງທີ່ລະອຽດ.