ໄຂ​ງານ​ຕະ​ຫຼາດ​ນັດ​ສາມ​ປະ​ເທດ​ຈີນ-ລາວ​-ຫວຽດ​ນາມ​ຢູ່​ນະ​ຄອນ​ຈ່ຽງ​ເຊີງ

CGTN, December 30, 2024
Size:

ວັນທີ 29 ທັນວານີ້, ງານຕະຫຼາດນັດສາມປະເທດຈີນ-ລາວ-ຫວຽດນາມປີ 2024 ໄດ້ໄຂຂຶ້ນຢູ່ເມືອງປົກຄອງຕົນເອງເຜົ່າຮານີເຜົ່າອີຈ່ຽງເຊີງຂອງນະຄອນຜູເອີແຂວງຢຸນນານຈີນທີ່ເປັນເມືອງຕິດກັບຊາຍແດນຂອງ 3 ປະເທດ. ໃນງານຕະຫຼາດນັດຄັ້ງນີ້ໄດ້ມີວິສາຫະກິດຈາກຈີນ,ລາວແລະຫວຽດນາມທັງໝົດ 154 ແຫ່ງເຂົ້າຮ່ວມ, ໄດ້ຈັດກິດຈະກຳທີ່ໜ້າສົນໃຈແລະມ່ວນຊື່ນ 7 ປະເພດ. ຫົວຂໍ້ຫຼັກຂອງງານຕະຫຼາດນັດຄັ້ງນີ້ແມ່ນ “ລົງເລິກການແລກປ່ຽນລະຫວ່າງ 3 ປະເທດ ຮ່ວມກັນສະແຫວງຫາໂອກາດການພັດທະນາ” ເຊິ່ງຈະດຳເນີນໄປຈົນຮອດວັນທີ 3 ມັງກອນປີ 2025.