6 ປະ​ເທດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຮ່ວມ​ກັນ​ເປິກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ​ແລ້ງ

lmcchina.org, December 27, 2024
Size:

ລະຫວ່າງວັນທີ 10 ຫາ 12 ທັນວາ 2024, ກິດຈະກຳ “ການເດີນທາງຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2024 ໄດ້ຈັດຂຶ້ນຢູ່ແຂວງຢຸນນານຈີນ.

ສູນການຮ່ວມມືຊັບພະຍາກອນນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຊີນຜູ້ຕາງໜ້າສະຖານທູດ ແລະ ສະຖານກົງສຸນຂອງກຳປູເຈຍ ລາວ ມຽນມາ ໄທ ແລະ ຫວຽດນາມປະຈຳຈີນ, ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງປະມານ 50 ຄົນເດີນທາງໄປນະຄອນຜູເອີ ແລະ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ, ເພື່ອສຳຫຼວດຄົ້ນຄວ້າຂໍ້ມູນຂອງອ່າງເກັບນ້ຳທ່ວນສ່ານ ແລະ ອ່າງເກັບນ້ຳຊິ້ນຟາງ, ຮັບຮູ້ສະພາບການປ້ອງກັນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ການສະໜອງນ້ຳໃນຕົວເມືອງ, ການອະນຸລັກສິ່ງແວດລ້ອມ ແລະອື່ນໆ, ພ້ອມດ້ວຍສະພາບການເຄື່ອນໄຫວ ແລະ ການບໍລິຫານຂອງເຂື່ອນໄຟຟ້າໂນຈາຕູ ແລະ ເຂື່ອນໄຟຟ້າຊຽງຮຸ່ງຢູ່ຕາມສາຍຫຼັກຂອງແມ່ນ້ຳລ້ານຊ້າງ.

ຜູ້ເຂົ້າຮ່ວມກິດຈະກຳຄັ້ງນີ້ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມກັນຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຢູ່ລ່ອງແມ່ນ້ຳ ພາຍໃຕ້ກົນໄກການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນເປິກສາຫາລື ແນວຄິດໃໝ່ ແລະ ວິທີການໃໝ່ແຫ່ງການຮ່ວມມື. ຝ່າຍຕ່າງໆໄດ້ເປັນເອກະພາບກັນພ້ອມທັງເຫັນວ່າ:, ຄວນເພີ່ມທະວີການຮ່ວມມືໃນລະດັບທົ່ວລ່ອງແມ່ນ້ຳ, ຍົກລະດັບການຕິດຕາມວັດແທກ ແລະ ການເຕືອນໄພລ່ວງໜ້າຢ່າງຮອບດ້ານ, ປັບປຸງລະບົບພື້ນຖານໂຄງລ່າງໃຫ້ສົມບູນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝໄດ້ເປັນຢ່າງດີກວ່າເກົ່າ, ສ້າງລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດຫຼາຍກວ່າເກົ່າ.

ຜູ້ແທນ 6 ປະເທດມີຄຳເຫັນວ່າ:, ຈະຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງກອງປະຊຸມຜູ້ນຳ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກໍຄືເປົ້າໝາຍກ່ຽວກັບຊັບພະຍາກອນນ້ຳໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ປະສານສົມທົບກັນຊຸກຍູ້ການປະດິດສ້າງແນວຄິດດ້ານການຄຸ້ມຄອງຊັບພະຍາກອນນ້ຳ, ເພີ່ມທະວີການປະສານງານດ້ານນະໂຍບາຍ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ ເຊັ່ນ: ບຸກເບີກນຳໃຊ້ຊັບພະຍາກອນນ້ຳແບບຍືນຍົງ, ຂໍ້ມູນອຸທົກກະສາດ, ປ້ອງກັນ ແລະ ຫຼຸດຜ່ອນໄພພິບັດ, ຄວາມປອດໄພຂອງນ້ຳດື່ມ, ຄວາມປອດໄພຂອງເຂື່ອນ, ການຍົກລະດັບຂີດຄວາມສາມາດ, ການອົບຮົມພະນັກງານ, ການຄຸ້ມຄອງທົ່ວລ່ອງແມ່ນ້ຳ ແລະອື່ນໆ, ຊຸກຍູ້ໃຫ້ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂຶ້ນສູ່ລະດັບສູງກວ່າເກົ່າ.