ຈັດ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກ່ຽວ​ກັບ​ການ​ສ້າງ​ແລວ​ປະ​ດິດ​ສ້າງ​ໃໝ່​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ

lmcchina.org, December 27, 2024
Size:

 ພາຍໃຕ້ການເປັນປະທານຂອງທ່ານໄຕ້ກ່າງ ຫົວໜ້າກົມຮ່ວມມືສາກົນກະຊວງວິທະຍາສາດເຕັກໂນໂລຊີຈີນ, ມີທ່ານ ຕຣີ ໂຊພັນ  (Try Sophal) ຫົວໜ້າກົມໃຫຍ່ວິທະຍາສາດເຕັກໂນໂລຊີ ນະວັດຕະກຳ ກະຊວງນະວັດຕະກຳອຸດສາຫະກຳ ແລະ ວິທະຍາສາດເຕັກໂນໂລຊີກຳປູເຈຍ, ທ່ານນາງເກສອນ ສຸລິວົງ   ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ  ກະຊວງເຕັກໂນໂລຊີ ແລະ ການສື່ສານລາວ, ທ່ານພິວພິວວິນ(Phyu Phyu Win) ຫົວໜ້າກົມຄົ້ນຄວ້າ ແລະ ນະວັດຕະກຳກະຊວງວິທະຍາສາດເຕັກໂນໂລຊີມຽນມາ, ທ່ານນາງລຸກສະມອນ(Luksmon) ຫົວໜ້າກົມວຽກງານສາກົນກະຊວງການສຶກສາຊັ້ນສູງ ວິທະຍາສາດ ການຄົ້ນຄວ້າ ແລະ ນະວັດຕະກຳໄທ( Ministry of Higher Education, Science, Research and Innovation), ທ່ານຫງວຽນໄທຮຸງ (Nguyen Thai Hung)ຮອງຫົວໜ້າສະຖາບັນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳກະຊວງວິທະຍາສາດເຕັກໂນໂລຊີຫວຽດນາມໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.

ທ່ານໄຕ້ກ່າງກ່າວວ່າ: “ຂໍ້ລິເລີ່ມຮ່ວມກ່ຽວກັບການສ້າງແລວນະວັດຕະກຳພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ທີ່ເຜີຍແຜ່ໃນກອງປະຊຸມຜູ້ນຳກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4 ທີ່ຈັດຂຶ້ນໃນເດືອນທັນວາປີ 2023 ໄດ້ວາງແຜນແມ່ບົດແຫ່ງການພັດທະນາບາດກ້າວຕໍ່ໄປຂອງການຮ່ວມມືດ້ານນະວັດຕະກຳວິທະຍາສາດເຕັກໂນໂລຊີຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການສ້າງແລວນະວັດຕະກຳພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນກົນໄກໃໝ່ທີ່ພາກສ່ວນນະວັດຕະກຳວິທະຍາສາດເຕັກ ໂນໂລຊີຂອງ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳບັນດາປະເທດ, ຈະລົງເລິກການຮ່ວມມືດ້ານນະວັດຕະກຳວິທະຍາສາດເຕັກໂນໂລຊີໃນຂົງເຂດການແລກປ່ຽນວັດທະນະທຳດ້ວຍວິທະຍາສາດເຕັກໂນໂລຊີ, ຫຼຸດຜ່ອນຄວາມ ທຸກຍາກດ້ວຍວິທະຍາສາດເຕັກໂນໂລຊີ, ນະວັດຕະກຳດ້ານອຸດສາຫະກຳ, ສຸຂະພາບ ແລະ ສາທາລະນະສຸກ, ຂໍ້ມູນດິຈິຕອນ, ເຕັກໂນໂລຊີສີຂຽວ, ນະວັດຕະກຳ,  ການສ້າງທຸລະກິດໃໝ່ ແລະອື່ນໆ, ຮ່ວມກັນສ້າງແລວນະວັດຕະກຳຂອງພາກພື້ນ, ຮັບໃຊ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາກົດລະບຽບຂອງກົນໄກກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການສ້າງແລວນະວັດຕະກຳພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຜູ້ຕາງໜ້າບັນດາປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຢືນຢັນຄວາມໝາຍອັນສຳຄັນຂອງກົນໄກດັ່ງກ່າວ, ໄດ້ວາງຂໍ້ສະເໜີກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ເພີ່ມທະວີການແລກປ່ຽນ ແລະ ເຊື່ອມຕໍ່ນະໂຍບາຍນະວັດຕະກຳວິທະຍາສາດເຕັກໂນໂລຊີ, ຮັດແໜ້ນການແລກປ່ຽນຜູ້ມີຄວາມຮູ້ຄວາມສາມາດດ້ານນະວັດຕະກຳວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການໂອນເຕັກໂນໂລຊີ,  ການຮ່ວມມືດ້ານນະວັດຕະກຳ ແລະ ການສ້າງທຸລະກິດໃໝ່, ເຮັດແນວໃດເພື່ອເສີມຂະຫຍາຍບົດບາດຂອງນະວັດຕະກຳວິທະຍາສາດເຕັກໂນໂລຊີໃນການຮ່ວມມືພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ຮ່ວມກັນສ້າງແລວນະວັດຕະກຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.