ຈຳນວນການຜະລິດລົດພະລັງງານໃໝ່ຂອງຈີນກວມເອົາຫຼາຍກວ່າ 60% ຂອງໂລກໃນປີ 2023

CGTN, December 27, 2024
Size:

ວັນທີ 26 ທັນວານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການສະຖິຕິແຫ່ງຊາດກ່າວວ່າ: ຜົນການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ 5 ສະແດງໃຫ້ເຫັນວ່າ: ຈີນໄດ້ປະສົບຜົນສຳເລັດຫຼາຍຢ່າງໃນການພັດທະນາທີ່ມີຄຸນນະພາບສູງ.

ໃນນັ້ນ, ການຫັນເປັນແບບສີຂຽວຢ່າງຮອບດ້ານໄດ້ສະແດງໃຫ້ເຫັນສະພາບການໃໝ່. ໃນປີ 2023, ຈຳນວນການຜະລິດລົດພະລັງງານໃໝ່ຂອງຈີນກວມເອົາຫຼາຍກວ່າ 60% ຂອງໂລກ, ຜົນຜະລິດຂອງຜະລິດຕະພັນສີຂຽວເຊັ່ນ: ແບັດເຕີຣີພະລັງງານລິທຽມ-ອີອົງ (Lithium-ion) ທີ່ໃຊ້ໃນລົດ ແລະ ອື່ນໆໄດ້ມີການເຕີບໂຕວ່ອງໄວ.