ລັດ​ຖະ​ບານ​ຈີນ​ຈັດ​ຊື້​ສະ​ບຽງ​ອາ​ຫານ​ຫຼາຍກວ່າ 400 ລ້ານ​ໂຕນ​ໃນ​ປີ 2024

CGTN, December 27, 2024
Size:

ວັນທີ 26 ທັນວານີ້, ອົງການສຳຮອງສະບຽງອາຫານ ແລະ ວັດຖຸສິ່ງຂອງແຫ່ງຊາດຈີນໄດ້ເປີດເຜີຍຕົວເລກສະຖິຕິຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ຄາດວ່າຍອດປະລິມານຈັດຊື້ສະບຽງອາຫານໃນປີນີ້ຈະຫຼາຍກວ່າ 420 ລ້ານໂຕນ, ເຊິ່ງໄດ້ຫຼາຍກວ່າ 400 ລ້ານໂຕນເປັນເລລາ 2 ປີລຽນຕິດ.

ຍອດປະລິມານຜົນຜະລິດທັນຍາຫານຂອງຈີນໃນປີນີ້ມີ 706,5 ລ້ານໂຕນ, ເຊິ່ງໄດ້ຫຼາຍກວ່າ 700 ລ້ານໂຕນເປັນຄັ້ງທຳອິດ ແລະ ກ້າວຂຶ້ນສູ່ລະດັບໃໝ່. ຕະຫຼາດສະບຽງອາຫານຂອງຈີນໄດ້ຮັກສາທ່ວງທ່າທີ່ໝັ້ນທ່ຽງ, ປະລິມານສຳຮອງ ແລະ ຄວາມສາມາດດ້ານການຮັບມືສຸກເສີນແຫ່ງຊາດໄດ້ຍົກສູງຂຶ້ນຕື່ມອີກ.