ເປີດ​ເຜີຍ​ຜົນການສຳຫຼວດເສດ​ຖະ​ກິ​ດ​ທົ່ວ​ປະ​ເທດ​ຈີນ​ຄັ້ງ​ທີ 5

CGTN, December 26, 2024
Size:

ເວລາ 15 ໂມງຂອງວັນທີ 26 ທັນວານີ້, ຫ້ອງວ່າການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍໄດ້ເປີດເຜີຍຜົນການສຳຫຼວດເສດຖະກິດທົ່ວປະເທດຈີນຄັ້ງທີ 5.

ຕາມຂ່າວລາຍງານວ່າ: ເວລາເລີ່ມການສຳຫຼວດຄັ້ງນີ້ແມ່ນວັນທີ 31 ທັນວາ 2023, ແນໃສ່ສະພາບການໃນປີ 2023, ເນື້ອໃນສຳຫຼວດແມ່ນໜ່ວຍງານນິຕິບຸກຄົນ, ໜ່ວຍງານທີ່ດຳເນີນທຸລະກິດການຜະລິດ ແລະ ນັກທຸລະກິດສ່ວນບຸກຄົນທັງໝົດໃນຂະແໜງການອຸດສາຫະກຳ ແລະ ຂະແໜງການບໍລິການພາຍໃນປະເທດ.  ເວົ້າລວມແລ້ວ,  ສາມາດສ່ອງແສງໃຫ້ເຫັນເຖິງສະພາບການພັດທະນາເສດຖະກິດສັງຄົມຂອງຈີນຢ່າງແທ້ຈິງ.

ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ມາຮອດທ້າຍປີ 2023, ຂະແໜງການອຸດສາຫະກຳ ແລະ ຂະແໜງການບໍລິການໃນທົ່ວປະເທດຈີນມີໜ່ວຍງານນິຕິບຸກຄົນ 33.270.000 ແຫ່ງ, ລວມມີຜູ້ປະກອບການ 428.984.000 ຄົນ, ນັກທຸລະກິດສ່ວນບຸກຄົນ 87.995.000 ແຫ່ງ, ລວມມີຜູ້ປະກອບການ 179,564,000 ຄົນ.