ວັນທີ 24 ທັນວານີ້, ບໍລິສັດການບິນຊຽງເພີງຢຸນນານຈຳກັດໄດ້ເປີດເສັ້ນທາງການບິນສາກົນຈາກນະຄອນຄຸນໝິງແຂວງຢຸນນານຈີນໄປຫານະຄອນຫຼວງວຽງຈັນຂອງລາວ, ເພື່ອຕອບສະໜອງຄວາມຕ້ອງການດ້ານການອອກເດີນທາງດ້ວຍເຮືອບິນທີ່ສະດວກ ແລະ ລາຄາຖືກ.
ຕາມແຜນການ, ເສັ້ນທາງການບິນດັ່ງກ່າວຈະເປີດຖ້ຽວບິນໃນທຸກວັນອັງຄານ, ວັນພະຫັດ ແລະວັນເສົາ. ບິນອອກຈາກສະໜາມບິນສາກົນສາງສຸຍຄຸນມິງໃນເວລາ 16 ໂມງ 35 ນາທີ, ແລະໄປຮອດສະໜາມບິນສາກົນວັດໄຕຂອງວຽງຈັນໃນເວລາ 17 ໂມງ 20 ນາທີ, ລະຫັດຖ້ຽວບິນແມ່ນ 8L861; ສ່ວນລະຫັດຖ້ຽວບິນທີ່ກັບຄືນແມ່ນ 8L862, ບິນອອກຈາກສະໜາມບິນສາກົນວັດໄຕໃນເວລາ 18 ໂມງ 20 ນາທີ, ແລະມາຮອດສະໜາມບິນສາກົນສາງສຸຍຄຸນໝິງໃນເວລາ 21 ໂມງ 5 ນາທີ.