ກຳ​ປັ່ນ​ປະ​ຕິ​ບັດ​ກົດ​ໝາຍ​ແບບ​ໃໝ່​ສອງ​ລຳ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ​​ຕາມ​ລຳແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ

CGTN, December 25, 2024
Size:

ວັນທີ 23 ທັນວານີ້, ອົງການປ້ອງກັນຄວາມສະຫງົບແຂວງຢຸນນານຈີນໄດ້ຈັດພິທີມອບຮັບກຳປັ່ນບັນຊາການແບບໃໝ່ 53108 ແລະ ກຳປັ່ນປະຕິບັດກົດໝາຍລາດຕະເວນຄວາມໄວສູງ 53117 ຢູ່ທ່າກຳປັ່ນຕຳຫຼວດຈິງຮ່າກິ່ງແຂວງສິບສອງພັ່ນນາ.

ການເຂົ້າຮ່ວມຂະບວນຢ່າງເປັນທາງການຂອງກຳປັ່ນປະຕິບັດກົດໝາຍແບບໃໝ່ສອງລຳດັ່ງກ່າວ ຈະສະໜອງສິ່ງຄ້ຳປະກັນດ້ານອາວຸດຍຸດໂທປະກອນທີ່ເຂັ້ມແຂງກວ່າເກົ່າໃຫ້ແກ່ການຊຸກຍູ້ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະ ການປາບປາມການກະທຳຜິດກົດໝາຍແລະອາຊະຍາກຳປະເພດຕ່າງໆ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງ 4 ປະເທດດັ່ງກ່າວຈະກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກຳປັ່ນບັນຊາການແບບໃໝ່ 53108 ໄດ້ສຳເລັດການທົດລອງສັງລວມກ່ອນການເດີນເຮືອ, ສະມັດຕະພາບຕ່າງໆລ້ວນແຕ່ໄດ້ບັນລຸມາດຕະຖານການນຳໃຊ້ ແລະ ຈະເຂົ້າຮ່ວມການເຄື່ອນໄຫວລາດລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ມຽນມາ-ໄທຄັ້ງທີ 148.

ແຫຼ່ງຂ່າວຈາກ: CGTN