ຕອນບ່າຍວັນທີ 22 ທັນວານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມໄດ້ລົງໄປກວດກາ ແລະ ຊອກຮູ້ຂໍ້ມູນກ່ຽວກັບແຜນການສ້າງທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ທີ່ເຊື່ອມຕໍ່ຫວຽດນາມ-ຈີນ ຢູ່ນະຄອນລາວກາຍຂອງຫວຽດນາມ.
ໃນໂອກາດດັ່ງກ່າວ, ທ່ານ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງຮ່ວມກັບບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງຂອງຫວຽດນາມຈົ່ງເລັ່ງວຽກງານກະກຽມເພື່ອລາຍງານໂຄງການ ແລະ ເລັ່ງລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວຕື່ມອີກ, ເຊິ່ງຕ້ອງໄດ້ລາຍງານຂໍ້ສະເໜີການລົງທຶນພ້ອມທັງນະໂຍບາຍ ແລະ ກົນໄກພິເສດຂອງໂຄງການດັ່ງກ່າວຕໍ່ລັດຖະບານຫວຽດນາມໃນເດືອນມັງກອນປີ 2025 ແລະ ຍື່ນໃຫ້ສະພາແຫ່ງຊາດຫວຽດນາມໃນເດືອນກຸມພາປີ 2025, ພ້ອມກໍານົດໂຄງການດັ່ງກ່າວຕ້ອງເລີ່ມລົງມືກໍ່ສ້າງໃນເດືອນທັນວາປີ 2025 ນໍາອີກ.
ອີງຕາມແຜນການ, ທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງມີຄວາມຍາວທັງໝົດ 417 ກິໂລແມັດ, ໂດຍຈະແລ່ນຜ່ານ 9 ແຂວງ, ນະຄອນ ແລະ ເຂດຂອງຫວຽດນາມ ແລະ ຈະກາຍເປັນຊ່ອງທາງຂົນສົ່ງສາກົນທີ່ເຊື່ອມຕໍ່ກັບຈີນ.