ຈິນ ແລະ ອາຊຽນຮ່ວມມືກັນສ້າງອະນາຄົດແບບສີຂຽວ

CGTN, December 24, 2024
Size:

ລະດັບການພັດທະນາພະລັງງານສະອາດຂອງຈີນແມ່ນຢູ່ໃນອັນດັບນຳໜ້າຂອງໂລກ ແລະ ມີທ່າແຮງໃນດ້ານເຕັກນິກ, ອຸປະກອນ ແລະ ຕົ້ນທຶນໃນການພັດທະນາພະລັງງານສີຂຽວ. ຄຽງຄູ່ກັບຂອບເຂດ ແລະ ຄວາມເລິກຂອງການຮ່ວມມືດ້ານພະລັງງານສະອາດໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ, ວິສາຫະກິດຈີນໄດ້ເຂົ້າຮ່ວມຂະບວນການພັດທະນາພະລັງງານສະອາດຂອງປະເທດສະມາຊິກອາຊຽນນັບມື້ນັບຫຼາຍຂຶ້ນ. ໂດຍສະເພາະນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ໂຄງການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນກັບປະເທດສະມາຊິກອາຊຽນໄດ້ປາກົດມີຈຸດເດັ່ນຢ່າງຫຼວງຫຼາຍ.

ກ່ອນໜ້ານີ້ບໍ່ດົນ, ໂຄງການເຊື່ອມຕໍ່ພະລັງງານສະອາດພາກເໜືອ ສປປ ລາວໄລຍະ 1 ຂອງໂຄງການໄຟຟ້າພະລັງງານແສງຕາເວັນກຳລັງຕິດຕັ້ງ 1000 MW ຢູ່ແຂວງອຸດົມໄຊຂອງບໍລິສັດ CGN ຂອງຈີນໄດ້ລົງມືກໍ່ສ້າງຢ່າງເປັນທາງການ. ໂຄງການດັ່ງກ່າວເປັນໂຄງການໄຟຟ້າພະລັງງານແສງຕາເວັນຂະໜາດໃຫຍ່ໂຄງການທຳອິດຂອງລາວ ໂດຍມີບໍລິສັດ CGN ຂອງຈີນ ຮ່ວມມືກັບວິສາຫະກິດລາວ ແລະ ຈີນຫຼາຍກວ່າ 70 ແຫ່ງຮ່ວມມືກັນກໍ່ສ້າງ. ໂຄງການດັ່ງກ່າວຕັ້ງຢູ່ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີຂອງລາວ ໂດຍມີແຜນຈະສ້າງເປັນໂຄງການພະລັງງານສະອາດທີ່ມີພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານຊີວະພາບ ແລະອື່ນໆປະສົມປະສານກັນ. ພາຍຫຼັງສ້າງສຳເລັດ ແລະ ເປີດນຳໃຊ້ແລ້ວ ຄາດວ່າປະລິມານການຜະລິດໄຟຟ້າສະເລ່ຍຕໍ່ປີຈະມີເຖິງປະມານ 1,7 ຕື້ກິໂລວັດໂມງ, ສາມາດຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າຂອງ 10 ລ້ານຄອບຄົວ. ການນຳໃຊ້ພະລັງງານສະອາດດັ່ງກ່າວເທົ່າກັບການປະຢັດຖ່ານຫີນມາດຕະຖານປະມານ 5 ແສນ 1 ໝື່ນໂຕນ ແລະ ຫຼຸດການປ່ອຍກາກບອນ 1 ລ້ານ 4 ແສນໂຕນ. ໂຄງການດັ່ງກ່າວມີຜົນດີຕໍ່ການຫັນປ່ຽນຮູບແບບພະລັງງານ ແລະ ການຍົກລະດັບຕ່ອງໂສ້ອຸດສາຫະກຳຂອງລາວ ແລະ ຊ່ວຍປະເທດລາວບັນລຸຄວາມຫວັງທີ່ຢາກສ້າງເປັນ “ໝໍ້ໄຟອາຊີຕາເວັນອອກສຽງໃຕ້”.

ຢູ່ປະເທດໄທ, ໂຮງງານຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນໜ້ານ້ຳ ແຂວງຂອນແກ່ນທີ່ຮັບເໝົາກໍ່ສ້າງໂດຍຈີນ ໄດ້ເລີ່ມຜະລິດໄຟຟ້າໃນເດືອນມີນາປີນີ້, ກຳລັງຕິດຕັ້ງມີເຖິງ 31,2 MW, ເປັນໂຄງການຜະລິດໄຟຟ້າແບບຢ່າງໂຄງການທຳອິດຂອງອົງການພະລັງງານໄຟຟ້າໄທທີ່ມີໄຟຟ້າພະລັງງານແສງຕາເວັນໜ້ານ້ຳ, ໄຟຟ້ານ້ຳຕົກສະອາດ, ລະບົບສະສົມພະລັງງານທີ່ມີປະສິດທິພາບສູງ ແລະ ລະບົບຄຸ້ມຄອງພະລັງງານແບບອັດຕະໂນມັດລວມເຂົ້າກັນ. ຕາມຂ່າວລາຍງານວ່າ: ໂຄງການດັ່ງກ່າວໄດ້ຊຸກຍູ້ການພັດທະນາຂອງຕ່ອງໂສ້ອຸດສາຫະກຳທີ່ກ່ຽວຂ້ອງຂອງທ້ອງຖິ່ນ ພ້ອມທັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ.

ຢູ່ອິນໂດເນເຊຍ, ໂຄງການໄຟຟ້າພະລັງງານແສງຕາເວັນ 100MW ທີ່ກາຣາວັງ ທີ່ເປັນໂຄງການໄຟຟ້າແສງຕາເວັນທາງບົກທີ່ມີຂະໜາດໃຫຍ່ທີ່ສຸດຂອງອິນໂດເນເຊຍທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນນັ້ນ ໄດ້ມອບໃຫ້ນຳໃຊ້ຢ່າງເປັນທາງການໃນເດືອນສິງຫາປີນີ້. ໂຄງການນີ້ຕັ້ງຢູ່ແຂວງຈາວາຕາເວັນຕົກຂອງອິນໂດເນເຊຍ, ແຕ່ລະປີສາມາດສະໜອງພະລັງງານໄຟຟ້າສະອາດເຖິງ 150 ລ້ານກິໂລວັດໂມງ, ສາມາດຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າຂອງ 112.000 ຄອບຄົວ, ຫຼຸດການປ່ອຍກາກບອນປະມານ 114.700 ໂຕນ ເຊິ່ງໄດ້ຫຼຸດຕົ້ນທຶນພະລັງງານໄຟຟ້າຂອງທ້ອງຖິ່ນ. ນອກນີ້, ໂຄງການດັ່ງກ່າວຍັງໄດ້ສ້າງວຽກເຮັດງານທຳຫຼາຍກວ່າພັນຕຳແໜ່ງໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ໄດ້ບຳລຸງສ້າງກຳມະກອນມືອາຊີບຢ່າງຫຼວງຫຼາຍ.

ການລົງເລິກການຮ່ວມມືດ້ານພະລັງງານສະອາດ ໄດ້ກາຍເປັນຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຈີນກັບປະເທດສະມາຊິກອາຊຽນ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ໃນລະຫວ່າງປີ 2000 ຫາ ປີ 2020, ການລົງທຶນສາທາລະນະຂອງຈີນຕໍ່ໂຄງການພະລັງງານໝູນວຽນຂອງອາຊຽນ ໄດ້ກວມເອົາ 60% ຂອງຍອດການລົງທຶນສາທາລະນະຈາກຕ່າງປະເທດທີ່ອາຊຽນໄດ້ຮັບ. ສ່ວນໂຄງການຮ່ວມມືຕ່າງໆລະຫວ່າງຈີນກັບປະເທດສະມາຊິກອາຊຽນໃນດ້ານພະລັງງານສະອາດກໍໄດ້ປະສົບຜົນສຳເລັດແລ້ວ, ໂຄງການສະສົມພະລັງງານເກາະຈູຣອງ (Jurong Island) ສິງກະໂປ, ໂຄງການໄຟຟ້າພະລັງງານແສງຕາເວັນໜ້ານ້ຳເຂື່ອນສິຣິນທອນຂອງໄທ ແລະ ໂຄງການອື່ນໆ ໄດ້ກາຍເປັນສັນຍາລັກແຫ່ງການຮ່ວມມືລະຫວ່າງຈີນກັບອາຊຽນໃນດ້ານພະລັງງານສະອາດ.

ໃນອະນາຄົດ, ຈີນ ແລະ ບັນດາປະເທດສະມາຊິກອາຊຽນຍັງຈະສືບຕໍ່ລົງເລິກການຮ່ວມມືດ້ານພະລັງງານສະອາດ, ຊຸກຍູ້ການຫັນປ່ຽນຮູບແບບພະລັງງານ ແລະ ການພັດທະນາແບບຍືນຍົງ, ຮ່ວມມືກັນເດີນຕາມທິດທາງສີຂຽວ, ກາກບອນຕ່ຳ ແລະ ມີຄຸນນະພາບສູງກວ່າເກົ່າ.