ຜູ້ສ້າງ​ຮູບ​ເງົາ​ຂອງ 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຊຸກ​ຍູ້​ໃຫ້ “ເລື່ອງລາວແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ກ້າວ​ໄປ​ສູ່​ເວ​ທີ​​ສາ​ກົນ

CGTN, December 23, 2024
Size:

ວັນທີ 21 ທັນວານີ້, ກິດຈະກຳສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 6 ໄດ້ສິ້ນສຸດລົງຢູ່ນະຄອນຫຼວງພະນົມເປັນຂອງປະເທດກຳປູເຈຍ. ຜູ້ສ້າງຮູບເງົາ ແລະ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ແບ່ງປັນຜົນງານ ແລະ ບົດຮຽນດ້ານການພັດທະນາຂະແໜງການຮູບເງົາຂອງປະເທດຕົນ, ພ້ອມທັງໄດ້ສະແດງໃຫ້ເຫັນເຕັກນິກໃໝ່ ແລະ ໂຄງການທີ່ດີກ່ຽວກັບການຜະລິດຮູບເງົາ.

ສຸມກຳລັງເຂົ້າໃນການຊຸກຍູ້ຂະແໜງການຮູບເງົາຂອງເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ຈະເລີນຮຸ່ງເຮືອງຮ່ວມກັນແມ່ນໜຶ່ງໃນບັນດາຫົວຂໍ້ສຳຄັນຂອງສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 6. ໂຄງການຮູບເງົາຫຼາຍໂຄງການໄດ້ຮັບການໂຄສະນາຢູ່ສະຖານທີ່ວາງສະແດງ.

ໃນໄລຍະຈັດສັບປະດາຮູບເງົາເທື່ອນີ້, ໂຄງການເຂດອຸດສາຫະກຳພາບ ແລະ ສຽງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງປະເທດລາວໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການຮ່ວມມື ແລະ ໄດ້ເຊັນສັນຍາທີ່ກ່ຽວຂ້ອງ. ກິດຈະກຳລາຕີແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຈັດຂຶ້ນຢູ່ແຄມຝັ່ງແມ່ນ້ຳຂອງໃນຕອນຄ່ຳວັນທີ 20 ທັນວານີ້, ໄດ້ມອບນາມມະຍົດຊ້າງຄຳໃຫ້ແກ່ຮູບເງົາ 20 ເລື່ອງທີ່ເຂົ້າຮ່ວມງານວາງສະແດງຂອງສັບປະດາຮູບເງົາເທື່ອນີ້.