ຕາມຂ່າວຈາກບໍລິສັດທາງລົດໄຟຈີນໃຫ້ຮູ້ວ່າ: ເລີ່ມແຕ່ 00:00 ໂມງວັນທີ 5 ມັງກອນປີ 2025 ເປັນຕົ້ນໄປ, ທາງລົດໄຟທົ່ວປະເທດຈີນຈະປະຕິບັດແຜນການແລ່ນລົດສະບັບໃໝ່ ເຊິ່ງຈະມີຂະບວນລົດໄຟໂດຍສານ 13.028 ຂະບວນ, ເພີ່ມຂຶ້ນຫຼາຍກວ່າແຜນການປັດຈຸບັນ 230 ຂະບວນ; ຈະມີຂະບວນລົດໄຟຂົນສົ່ງສິນຄ້າ 22.859 ຂະບວນ, ເພີ່ມຂຶ້ນ 91 ຂະບວນ, ເນື່ອງຈາກນັ້ນ, ຄວາມສາມາດດ້ານການຮັບສົ່ງຜູ້ໂດຍສານແລະຂົນສົ່ງສິນຄ້າ, ຄຸນນະພາບດ້ານການບໍລິການ ແລະ ປະສິດທິຜົນດ້ານການແລ່ນລົດຂອງທາງລົດໄຟຈີນຈະຍົກສູງຂຶ້ນຕື່ມອີກ.
ພາກສ່ວນທາງລົດໄຟຈີນແຈ້ງໃຫ້ຮູ້ຕື່ມວ່າ: ປີ້ລົດໄຟຕາມແຜນການສະບັບໃໝ່ຈະເລີ່ມຂາຍແຕ່ວັນທີ 22 ທັນວານີ້ເປັນຕົ້ນໄປ, ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດສາມາດຊອກຮູ້ຂໍ້ມູນການແລ່ນລົດແລະການບໍລິການຂອງຂະບວນລົດໄຟຜ່ານທາງເວັບໄຊ, APP ແລະ ວິແຊັດ 12306 ແລະ 95306 ຂອງທາງລົດໄຟຈີນ ເພື່ອວາງແຜນການເດີນທາງແລະການຂົນສົ່ງສິນຄ້າຢ່າງເໝາະສົມ.
ແຫຼ່ງຂ່າວຈາກ: CGTN