ກິດ​ຈະ​ກຳ​ສັບ​ປະ​ດາ​ຮູບ​ເງົາ​ສາ​ກົນ ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ

CGTN, December 20, 2024
Size:

ວັນທີ 18 ທັນວານີ້, ກິດຈະກຳສັບປະດາຮູບເງົາສາກົນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ. ຜູ້ປະກອບການຮູບເງົາ ແລະ ແຂກຜູ້ມີກຽດທີ່ມາຈາກປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕົ້າໂຮມກັນ ສົນທະນາກັນຢ່າງເຕັມທີ່ກ່ຽວກັບໂອກາດໃໝ່ ແລະ ການພັດທະນາໃໝ່ຂອງອຸດສາຫະກຳວັດທະນະທຳຮູບເງົາ.

ໃນເວລາເຂົ້າຮ່ວມພິທີເປີດກິດຈະກຳ, ລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະກຳກຳປູເຈຍກ່າວວ່າ, ອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນເຂດແຄວ້ນທີ່ມີວັດທະນະທຳທີ່ອຸດົມສົມບູນ ແລະ ປະຫວັດສາດອັນຍາວນານ. ກິດຈະກຳຄັ້ງນີ້ບໍ່ພຽງແຕ່ເປັນງານມະຫະກຳທີ່ໄດ້ເຕົ້າໂຮມຜູ້ປະກອບການຂະແໜງການຮູບເງົາ ແລະ ສິລະປິນເທົ່ານັ້ນ, ແຕ່ຍັງເປັນກິດຈະກຳທີ່ລົງເລິກມິດຕະພາບລະຫວ່າງບັນດາປະເທດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກໍຄື ຊຸກຍູ້ການສົນທະນາ ແລະ ການຮ່ວມມືດ້ານວັດທະນະທຳເຊິ່ງກັນແລະກັນອີກດ້ວຍ.

ຜູ້ເຂົ້າຮ່ວມກິດຈະກຳເຫັນວ່າ, ໃນຖານະເປັນເວທີແລກປ່ຽນວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກິດຈະກຳດັ່ງກ່າວໄດ້ຊຸກຍູ້ຄວາມເຂົ້າໃຈກັນ ແລະ ມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ຮັບຄວາມຊົມເຊີຍຈາກວົງການຜູ້ປະກອບການ ແລະ ປະຊາຊົນຂອງບັນດາປະເທດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຫຼວງຫຼາຍ.