ການ​ຜ່ອນ​ຜັນ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຕື່ມ​ອີກ​ເຮັດ​ໃຫ້​ຊາວ​ໂລກ​​ມາ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ​ອີກ

CGTN, December 20, 2024
Size:

ວັນທີ 17 ທັນວານີ້, ຫຼັງຈາກລັດຖະບານຈີນປະກາດ ຈະຜ່ອນຜັນນະໂຍບາຍ ຍົກເວັ້ນວີຊາແກ່ຜູ້ຜ່ານຈີນໄປປະເທດທີ 3 ຢ່າງຮອບດ້ານແລ້ວ, ຫົວຂໍ້ທີ່ວ່າ “ຈຸດໝາຍຕໍ່ໄປ ຈະໄປທ່ຽວຈີນ” ໄດ້ຮັບຄວາມສົນໃຈຫຼາຍອີກຄັ້ງໜຶ່ງ. ໂດຍຜ່ານການຄົ້ນຄວ້າຖານຂໍ້ມູນມະຫາສານແລ້ວເຫັນວ່າ, ຫຼັງຈາກຈີນປະກາດນະໂຍບາຍດັ່ງກ່າວແລ້ວ, ການຊອກຂໍ້ມູນກ່ຽວກັບ “ຈີນຍົກເວັ້ນວີຊາ” ໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ. ຜູ້ໃຊ້ອິນເຕີເນັດຊາວຕ່າງປະເທດພາກັນຫວັງຢາກເດີນທາງມາທ່ຽວຈີນທັນທີ.

ເມື່ອເບິ່ງຈາກເວລາແລ້ວ, ຈີນໄດ້ຍົກເວັ້ນວີຊາໃຫ້ຄົນຕ່າງປະເທດທີ່ຜ່ານແດນຈີນໄປປະເທດທີ 3 ໂດຍສາມາດພັກຢູ່ຈີນ ຈາກ 72 ຊົ່ວໂມງ ແລະ 144 ຊົ່ວໂມງໃນເມື່ອກ່ອນແກ່ຍາວອອກເປັນ 240 ຊົ່ວໂມງ ຫຼື10 ວັນ; ເມື່ອເບິ່ງຈາກຂອບເຂດແລ້ວເຫັນວ່າ, ເພີ່ມຈາກ 39 ດ່ານ ຂຶ້ນເປັນ 60 ດ່ານເພື່ອສ້າງຄວາມສະດວກໃຫ້ແກ່ຄົນຕ່າງປະເທດທີ່ເຂົ້າເມືອງຈີນໂດຍຍົກເວັ້ນວີຊາ, ຂອບເຂດທີ່ສາມາດເຄື່ອນໄຫວເພີ່ມຈາກ 19 ແຂວງ ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ຂຶ້ນເປັນ 24 ແຂວງ, ພ້ອມທັງອະນຸຍາດໃຫ້ເດີນທາງຂ້າມເຂດແຄວ້ນ. ຂ່າວສານລອຍເຕີອັງກິດລົງພິມບົດຄວາມໂດຍວິເຄາະວ່າ: “ຈີນຜ່ອນຜັນນະໂຍບາຍວີຊາໃຫ້ແກ່ຜູ້ໂດຍສານຢ່າງບໍ່ຢຸດຢັ້ງ, ເພື່ອສົ່ງເສີມຊາວໂລກເດີນທາງໄປກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກນີ້.”

ຈີນໄດ້ປັບປຸງນະໂຍບາຍຍົກເວັ້ນວີຊາສຳລັບຜູ້ຜ່ານຈີນໄປປະເທດທີ 3, ໄດ້ອຳນວຍຄວາມສະດວກຫຼາຍຂຶ້ນຕໍ່ຄົນຕ່າງປະເທດທີ່ເດີນທາງມາຈີນເພື່ອທ່ອງທ່ຽວ ດຳເນີນທຸລະກິດ ຢ້ຽມຢາມ, ຢາມຍາດພີ່ນ້ອງ ແລະ ການເຄື່ອນໄຫວອື່ນໆ. ພ້ອມກັນນັ້ນ, ຄຽງຄູ່ກັບຜູ້ໂດຍສານສາກົນເພີ່ມຂຶ້ນ, ການທ່ອງທ່ຽວ ແລະ ອຸດສາຫະກຳອື່ນໆຂອງຈີນຈະມີໂອກາດທຸລະກິດຫຼາຍກວ່າເກົ່າ, ເພີ່ມພະລັງຂັບເຄື່ອນອັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ. ສ່ວນການລົງເລິກການແລກປ່ຽນວັດທະນະທຳລະຫວ່າງຈີນກັບຕ່າງປະເທດ, ຍັງຈະເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈກັນລະຫວ່າງປະຊາຊົນຈີນແລະ ຕ່າງປະເທດ, ເຊິ່ງຈະສ້າງພື້ນຖານອັນໜັກແໜ້ນກວ່າເກົ່າໃຫ້ແກ່ການຮ່ວມມືໃນອະນາຄົດ.