ຈີນເພີ່ມ​ເງິນ 300 ລ້ານ​ໂດ​ລາ​ເຂົ້າ​ໃສ່​ກອງ​ທຶນ​ຖົມ​ຂຸມດອກ​ເບ້ຍ​ສຳ​ລັບ​ສະ​ມາ​ຊິກ ​​ດ້ອຍ​ພັດ​ທະ​ນາ​ໃນ AIIB

CGTN, December 19, 2024
Size:

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ເປີດເຜີຍໃຫ້ຮູ້ວ່າ, ຫວ່າງບໍ່ດົນມານີ້, AIIB ໄດ້ເຊັນສັນຍາກັບຈີນ ໂດຍຈີນເພີ່ມເງິນ 300 ລ້ານໂດລາເຂົ້າໃສ່ກອງທຶນຖົມຂຸມດອກເບ້ຍເພື່ອສະໜັບສະໜູນສະມາຊິກດ້ອຍພັດທະນາໃນ AIIB, ເຊິ່ງຈະຊ່ວຍເຫຼືອສະມາຊິກດ້ອຍພັດທະນາໄດ້ຮັບເງື່ອນໄຂການລະດົມທຶນທີ່ໃຫ້ບຸລິມະສິດຫຼາຍກວ່າເກົ່າ, ແລະຊຸກຍູ້ການພັດທະນາຂອງສະມາຊິກເຫຼົ່ານີ້ຢ່າງມີປະສິດທິຜົນຫຼາຍກວ່າເກົ່າ.

ນອກນີ້, ສອງຝ່າຍຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈສະບັບໜຶ່ງ, ໂດຍຢືນຢັນວ່າ ຈີນຈະຈັດກອງປະຊຸມສະພາມົນຕີຄັ້ງທີ 10 ຂອງ AIIB ຢູ່ນະຄອນຫຼວງປັກກິ່ງເມື່ອເດືອນມິຖຸນາປີ 2025.