ມາ​ກາວ​ກັບ​ຄືນ​ປະ​ເທດ​ຊາດ​ຄົບ​ຮອບ 25 ປີ ພຶດ​ຕິ​ກຳ “ປະ​ເທດ​ດຽວ ສອງ​ລະ​ບອບ” ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ປະ​ຈັກ​ຕາ​ຊາວ​ໂລກ

CGTN, December 19, 2024
Size:


ວັນທີ 18 ທັນວານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ນັກຂ່າວຖາມວ່າ, ວັນທີ 20 ທັນວານີ້ຈະເປັນວັນຄົບຮອບ 25 ປີຂອງມາກາວກັບຄືນປະເທດຊາດ, ທ່ານຕີລາຄາແນວໃດຕໍ່ຜົນການຮ່ວມມືດ້ານການພົວພັນກັບພາຍນອກຂອງມາກາວນັບແຕ່ມາກາວກັບຄືນປະເທດຊາດເປັນຕົ້ນມາ?

ທ່ານຫຼິນຈ້ຽນກ່າວວ່າ, ນັບແຕ່ມາກາວກັບຄືນປະເທດຊາດເປັນເວລາ 25 ປີມານີ້, ພຶດຕິກຳ “ປະເທດດຽວ ສອງລະບອບ” ທີ່ມີສີສັນພິເສດຂອງມາກາວໄດ້ຮັບຜົນສຳເລັດຢ່າງປະຈັກຕາຊາວໂລກ, ລະບຽບການພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງມາກາວໄດ້ສ້າງຕັ້ງຂຶ້ນຢ່າງໜັກແໜ້ນ, ເສດຖະກິດພັດທະນາຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ສັງຄົມມີຄວາມປອງດອງ ແລະ ສະຫງົບດີ.

ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກລັດຖະບານຈີນ, ມາກາວໄດ້ເຂົ້າເປັນສະມາຊິກຂອງ 190 ກວ່າອົງການຈັດຕັ້ງສາກົນ, ໄດ້ສ້າງສາຍພົວພັນດ້ານເສດຖະກິດ ການຄ້າ ແລະ ວັດທະນະທຳຢ່າງໝັ້ນທ່ຽງກັບ 120 ກວ່າປະເທດ ແລະ ເຂດແຄວ້ນ. ປີ 2023, ຍອດມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງມາກາວ ແລະ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີເຖິງເກືອບ 30 ຕື້ຢວນ, ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ.