ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ-ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄັ້ງ​ທີ 12 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊີ​ອ່ານ

CGTN, December 18, 2024
Size:

ວັນທີ 17 ທັນວານີ້, ກອງປະຊຸມສຳມະນາທິດສະດີພັກກອມມູນິດຈີນ-ພັກປະຊາຊົນປະຕິວັດລາວຄັ້ງທີ 12 ພາຍໃຕ້ຫົວຂໍ້ “ປັບປຸງ ແລະ ພັດທະນາໂຄງປະກອບໃຫ້ສົມບູນຂຶ້ນ-ບົດຮຽນຂອງຈີນ ແລະ ລາວ” ໄດ້ຈັດຂຶ້ນຢູ່ນະຄອນຊີອ່ານແຂວງສານຊີຈີນ ໂດຍມີທ່ານຫຼີຊູເຫຼີຍ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ທ່ານກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີລາວເຂົ້າຮ່ວມ ແລະ ກ່າວສູນທອນພົດ.

ທ່ານຫຼີຊູເຫຼີຍກ່າວວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ທີ່ຖືສະຫາຍສີຈິ້ນຜິງເປັນແກນນຳ ໄດ້ລົງເລິກການຮັບຮູ້ຕໍ່ກົດເກນຂອງວຽກງານເສດຖະກິດຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະເໜີທັດສະນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ຕ່າງໆອອກມາ, ໄດ້ນຳພາການພັດທະນາເສດຖະກິດຈີນປະສົບຜົນສຳເລັດຄັ້ງປະຫວັດສາດ ແລະ ເກີດມີການປ່ຽນແປງໃໝ່ຄັ້ງປະຫວັດສາດ. ຈີນຍຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກຕໍ່ວຽກງານເສດຖະກິດ, ຍຶດໝັ້ນແນວຄິດພັດທະນາ ທີ່ຖືປະຊາຊົນເປັນໃຈກາງ, ປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການພັດທະນາເສດຖະກິດດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຖືເອົາການເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີເປັນສິ່ງຄ້ຳປະກັນດ້ານຍຸດທະສາດແຫ່ງການພັດທະນາ, ຊຸກຍູ້ການປະຕິຮູບຊັ້ນເລິກ ແລະ ການເປີດປະຕູສູ່ພາຍນອກລະດັບສູງ, ລົງເລິກການປະຕິຮູບດ້ານໂຄງປະກອບໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນຢ່າງຕໍ່ເນື່ອງ ແລະ ບັນລຸການພັດທະນາເສດຖະກິດຢ່າງປອດໃສແລະຍືນຍົງ ໃນການຍົກຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ.

ຝ່າຍລາວໄດ້ຕີລາຄາສູງຕໍ່ຜົນສຳເລັດອັນພົ້ນເດັ່ນຂອງພັກກອມມູນິດຈີນທີ່ໄດ້ຮັບໃນການຊຸກຍູ້ການປະຕິຮູບໂຄງປະກອບແລະກົນໄກ ແລະ ກ່າວວ່າ: ຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງການນຳສູງສຸດຂອງສອງປະເທດ, ລົງເລິກການແລກປ່ຽນດ້ານໂຄສະນາອົບຮົມ, ແນວຄິດ ແລະ ວັດທະນະທຳ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.