ເວທີເປິກສາຫາລືການຮ່ວມມືພັດທະນາເສດຖະກິດສີຟ້າພາກພື້ນຈີນ-ມະຫາສະໜຸດອິນເດຍຄັ້ງທີ 3 ຈັດຂຶ້ນຢູ່ຈີນ

CGTN, December 18, 2024
Size:

ວັນທີ 16 ທັນວານີ້, ເວທີເປິກສາຫາລືການຮ່ວມມືການພັດທະນາເສດຖະກິດສີຟ້າພາກພື້ນຈີນ-ມະຫາສະໜຸດປາຊີຟິກຄັ້ງທີ 3 ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ. ທ່ານຫວາງຢົງ ຮອງປະທານສະພາເປິກສາການເມືອງແຫ່ງຊາດຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂເວທີເປິກສາຫາລືດັ່ງກ່າວ.

ທ່ານຫວາງຢົງກ່າວວ່າ: ພາຍໃຕ້ຄວາມພະຍາຍາມຂອງຈີນ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງ ເຊິ່ງລວມທັງປະເທດພາກພື້ນມະຫາສະໝຸດອິນເດຍ, “ປະຊາຄົມຮ່ວມຊາຕາກຳຂອງມະຫາສະໝຸດ” ທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ຫັນປ່ຽນຈາກຂໍ້ລິເລີ່ມຂອງຈີນພັດທະນາກາຍເປັນຄວາມຮັບຮູ້ຮ່ວມຂອງສາກົນ ແລະ ຈາກແນວຄິດສີຟ້າກາຍເປັນພຶດຕິກຳຕົວຈິງ. ຈີນຍິນດີສືບຕໍ່ລົງເລິກການຮ່ວມມືຕົວຈິງກັບບັນດາປະເທດ, ຮັດແໜ້ນຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການພັດທະນາແບບຍືນຍົງຂອງມະຫາສະໝຸດ, ເພີ່ມທະວີການສົນທະນາ ແລະ ການເຈລະຈາທາງທະເລ, ຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນແລະກັນກ່ຽວກັບວັດທະນະທຳທາງທະເລ, ຮ່ວມກັນປະກອບສ່ວນອັນໃໝ່ຫຼວງຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການຮ່ວມມືດ້ານການພັດທະນາເສດຖະກິດສີຟ້າ ແລະ ບັນລຸການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງມະນຸດກັບທະເລ.

ເວທີເປິກສາຫາລືຄັ້ງນີ້ພາດຫົວຂໍ້ວ່າ “ອະນາຄົດຂອງມະຫາສະໝຸດອິນເດຍສີຟ້າ--ພຶດຕິກຳການພັດທະນາເຂດໂລກໃຕ້” ໂດຍມີແຂກຜູ້ມີກຽດ 300 ກວ່າທ່ານທີ່ມາຈາກ 500 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.