ລະຫວ່າງວັນທີ 5 ຫາ ວັນທີ 7 ທັນວາ 2024, ເວທີເປິກສາຫາລືລະຫວ່າງນັກວິທະຍາສາດ ເທິງຊົ່ງ ປະຈໍາປີ 2024 ໄດ້ຈັດກິດຈະກໍາຕ່າງໆຢູ່ນະຄອນຄຸນໝິງ ແລະ ເມືອງເທິງຊົ່ງ ແຂວງຢູນນານ ສປ ຈີນ ເພື່ອແລກປ່ຽນວັດທະນະທຳ ແລະ ເຕັກໂນໂລຊີໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM). ບັນດາຊ່ຽວຊານ ແລະ ນັກວິຊາການຈາກປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ເຂົ້າຮ່ວມສຳມະນາ ໂດຍໄດ້ສົນທະນາ ແລກປ່ຽນຄຳຄິດເຫັນກ່ຽວກັບການຮ່ວມມືຂອງພາກພື້ນ LM ໃນຂົງເຂດສຳຄັນ ເຊັ່ນ: ການພັດທະນາແບບສີຂຽວ, ຢາພື້ນເມືອງປິ່ນປົວພະຍາດ, ເຕັກນິກວິສະວະກຳ ແລະອື່ນໆ.
ບັນດາກິດຈະກຳທີ່ຈັດຂຶ້ນໃນຄັ້ງນີ້ ປະກອບດ້ວຍສາມພາກຫຼັກ ຄື: ກອງປະຊຸມແລກປ່ຽນດ້ານວິຊາການກ່ຽວກັບຢາພື້ນເມືອງປິ່ນປົວພະຍາດ, ເວທີເປິກສາຫາລືໂຕະມົນລະຫວ່າງນັກວິທະຍາສາດໜຸ່ມໃນພາກພື້ນ LM ແລະ ເວທີເປິກສາຫາລືວິສະວະກອນ LM ເພື່ອແນໃສ່ລົງເລິກການຮ່ວມມື ແລະ ການແລກປ່ຽນລະຫວ່າງບັນດາປະເທດ LM ໃນຫຼາຍຂົງເຂດທີ່ສຳຄັນ.
ໃນເວລາດຳເນີນບັນດາກິດຈະກຳດັ່ງກ່າວ, ໄດ້ມີການປະກາດຜົນສຳເລັດອັນເປັນສັນຍະລັກ ທີ່ຍາດມາໄດ້ນັບແຕ່ໄດ້ເລີ່ມດຳເນີນການຮ່ວມມື LM ແລະ ໄດ້ເລີ່ມດຳເນີນຂໍ້ລິເລີ່ມການສ້າງມາດຕະຖານສາກົນສຳລັບຢາພື້ນເມືອງປິ່ນປົວພະຍາດໃນພາກພື້ນ LM ຢ່າງເປັນທາງການ, ໄດ້ວາງສະແດງຜົນສຳເລັດຂອງການແລກປ່ຽນ ແລະ ການຮ່ວມມືດ້ານຢາພື້ນເມືອງປິ່ນປົວພະຍາດໃນພາກພື້ນ LM ປະຈໍາ ປີ 2024, ໄດ້ປະກາດຂໍ້ລິເລີ່ມວ່າດ້ວຍການສ້າງເຄືອຂ່າຍການຮ່ວມມືລະຫວ່າງນັກວິທະຍາສາດໜຸ່ມໃນພາກພື້ນ LM ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງສະຫະພັນວິສະວະກອນຈີນ ແລະ ສະພາບໍລິຫານວິສະວະກອນມຽນມາໄດ້ຮັບຮອງເອົາວິສະວະກອນຈຳນວນໜຶ່ງຂອງກັນແລະກັນ.
ນັບແຕ່ຈັດເວທີເປິກສາຫາລືຄັ້ງທຳອິດໃນປີ 2022 ເປັນຕົ້ນມາ, ໄດ້ເຊີນນັກວິທະຍາສາດ, ຊ່ຽວຊານລະດັບສູງ ແລະ ນັກວິຊາການໃນຂົງເຂດທີ່ກ່ຽວຂ້ອງຈາກ 20 ກວ່າປະເທດ ລວມທັງອາເມຣິກາ, ຝຣັ່ງ, ອັງກິດ, ບຣາຊິນ ແລະ ເມັກຊິກ ເປັນຕົ້ນ ມາເຂົ້າຮ່ວມ ເຊິ່ງໄດ້ລົງເລິກກົນໄກການຮ່ວມມື LM ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຈີນ ແລະ 5 ປະເທດ LM ດ້ານການແກ້ໄຂບັນຫາຫຍຸ້ງຍາກໃນການຄົ້ນຄວ້າເຕັກນິກທີ່ສຳຄັນ, ການຖ່າຍທອດ ແລະ ປະຍຸກໃຊ້ເຕັກນິກ ແລະ ການແລກປ່ຽນທາງດ້ານວັດທະນະທຳມະນຸດ ເປັນຕົ້ນ.