ເວລາ 9 ໂມງ 53 ນາທີຂອງວັນທີ 10 ທັນວານີ້, ສາຍ ການ ບິນ China United Airlines ເປີດເສັ້ນທາງການບິນສາກົນຈາກ ສະໜາມບິນສາກົນຕ້າຊິງນະຄອນຫຼວງປັກກິ່ງ ຫາ ສະໜາມບິນສາກົນວັນໄຕນະຄອນຫຼວງວຽງຈັນ ເລີ່ມແຕ່ 10 ທັນວາ 2024.
ສາຍ ການ ບິນ China United Airlines ຈັດ ຖ້ຽວ ບິນ ໄປ ກັບ 4 ຖ້ຽວລະຫວ່າງເມືອງຕ້າຊິງນະຄອນຫຼວງປັກກິ່ງ ຫາ ນະຄອນຫຼວງວຽງຈັນ ໃນທຸກໆ ວັນ ຈັນ, ວັນ ອັງ ຄານ, ວັນ ພະ ຫັດ ແລະ ວັນ ເສົາ. ຖ້ຽວ ບິນ ຂາ ອອກແມ່ນ ອອກ ຈາກ ສະໜາມ ບິນ ສາກົນຕ້າຊິງນະຄອນຫຼວງ ປັກ ກິ່ງ ໃນ ເວລາ 9:45 ເວລາປັກກິ່ງ ແລະ ເຖິງ ນະຄອນຫຼວງ ວຽງ ຈັນ ເວລາ 13:20 ຕາມ ເວລາ ປະເທດລາວ; ຖ້ຽວບິນຂາກັບແມ່ນອອກເວລາ 14:20 ໂມງ ຕາມເວລາວຽງຈັນ,ແລະໄປຮອດສະໜາມບິນສາກົນຕ້າຊິງນະຄອນຫຼວງປັກກິ່ງໃນເວລາ 19:45 ຕາມເວລາປັກກິ່ງ.
ກ່ອນໜ້ານີ້, ຖ້ຽວບິນສິບສອງພັນນາ-ນະຄອນຫຼວງວຽງຈັນຂອງສາຍການບິນຊິງຕາວ ແລະ ຖ້ຽວບິນຮົງກົງ-ນະຄອນຫຼວງວຽງຈັນ ຂອງສາຍການບິນຮົງກົງ ກໍໄດ້ເປີດບໍລິການຢ່າງສຳເລັດຜົນ. ນອກນີ້, ນະຄອນຄຸນໝິງ, ນະຄອນເສິງຕູ, ນະຄອນຊຽງໄຮ້, ນະຄອນສາງໂຈ່ວ, ນະຄອນຫາງໂຈ່ວ ແລະ ນະຄອນສາງຊາຂອງຈີນ ກໍໄດ້ເປີດຖ້ຽວບິນໄປລາວໂດຍກົງ.
ຖ້ຽວບິນລາວ-ຈີນໄດ້ເພີ່ມຂຶ້ນເທື່ອລະກ້າວ ບໍ່ພຽງແຕ່ໄດ້ສະໜອງທາງເລືອກໃນການອອກເດີນທາງຫຼາຍກວ່າເກົ່າ ໃຫ້ແກ່ຜູ້ໂດຍສານລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງຊຸກຍູ້ການພັດທະນາຊັບພະຍາກອນທ່ອງທ່ຽວຂອງສອງຝ່າຍອີກດ້ວຍ ເຊິ່ງໄດ້ກາຍເປັນຂົວຕໍ່ສຳຄັນລະຫວ່າງຈີນກັບລາວ ແລະ ປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ. ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງຈີນ ແລະ ລາວຈະເພີ່ມຂຶ້ນອີກ ເຊິ່ງຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງສອງປະເທດ.
ນອກນີ້, ທາງລົດໄຟລາວ-ຈີນໄດ້ເປີດຂະບວນລົດໄຟໂດຍສານສາກົນລະຫວ່າງນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ, ກໍໄດ້ຊຸກຍູ້ການໄປມາຫາສູ່ດ້ານບຸກຄະລາກອນ ແລະ ການພັດທະນາຂະແໜງການທ່ອງທ່ຽວຂອງສອງປະເທດ. ບົນພື້ນຖານດັ່ງກ່າວ, ທາງລົດໄຟລາວ-ຈີນຍັງໄດ້ເປີດຂະບວນລົດໄຟໂດຍສານສາກົນລະຫວ່າງສິບສອງພັນນາ ແລະ ນະຄອນຫຼວງພະບາງ, ບ່ອນນັ່ງຜູ້ໂດຍສານຂ້າມຊາດຂອງຂະບວນລົດໄຟແຕ່ລະຂະບວນ ກໍໄດ້ເພີ່ມຂຶ້ນຈາກ 250 ບ່ອນນັ່ງຂຶ້ນເປັນ 390 ບ່ອນນັ່ງ, ຈຳນວນຄົນເຂົ້າ-ອອກເມືອງໄດ້ເພີ່ມຂຶ້ນຈາກ 300 ເທື່ອຄົນຕໍ່ມື້ຂຶ້ນເປັນສູງສຸດ 1.300 ເທື່ອຄົນຕໍ່ມື້. ນັບມາຮອດປັດຈຸບັນ, ໄດ້ເປີດຂະບວນລົດໄຟໂດຍສານສາກົນທັງໝົດ 1.500 ກວ່າຂະບວນ, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 346.000 ກວ່າເທື່ອຄົນຂອງ 108 ປະເທດ ແລະ ເຂດແຄວ້ນ ເຊິ່ງໄດ້ອຳນວຄວາມສະດວກອັນໃຫຍ່ຫຼວງໃຫ້ແກ່ການທ່ອງທ່ຽວຂ້າມຊາດ, ການຮຽນ ແລະ ການດຳເນີນທຸລະກິດລະຫວ່າງສອງປະເທດ.
ເພື່ອຊຸກຍູ້ກິດຈະກຳຕ່າງໆໃນ “ປີທ່ອງທ່ຽວລາວ 2024”, ລັດຖະບານລາວຕົກລົງຍົກເວັ້ນວີຊາໃຫ້ແກ່ຄະນະນັກທ່ອງທ່ຽວຈີນ ແຕ່ເດືອນກໍລະກົດຫາເດືອນທັນວາປີນີ້ ເຊິ່ງໄດ້ດຶງດູດໃຫ້ນັກທ່ອງທ່ຽວຈີນໄປທ່ຽວລາວເພີ່ມຂຶ້ນຢ່າງຫຼວງຫຼາຍ. ຕາມການສະຖິຕິຂອງດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານຈີນສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈຳນວນຄະນະນັກທ່ອງທ່ຽວເຂົ້າ-ອອກເມືອງຕາມດ່ານບໍ່ຫານໄດ້ເພີ່ມຂຶ້ນ 14 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນຜູ້ໂດຍສານເຂົ້າ-ອອກເມືອງຕາມດ່ານບໍ່ຫານໃນປີນີ້ໄດ້ມີຫຼາຍກວ່າ 183.000 ກວ່າເທື່ອຄົນ, ເພີ່ມຂຶ້ນ 67,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 9 ເດືອນຕົ້ນປີນີ້, ນະຄອນຫຼວງພະບາງຂອງລາວໄດ້ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 1,5 ລ້ານກວ່າເທື່ອຄົນ ເຊິ່ງໄດ້ຫຼາຍກວ່າຄາດໝາຍ, ໃນນັ້ນ, ນັກທ່ອງທ່ຽວຈີນແມ່ນຫຼາຍທີ່ສຸດ. ຕົວເລກຂໍ້ມູນເຫຼົ່ານີ້ສະແດງໃຫ້ເຫັນວ່າ: ນະໂຍບາຍຍົກເວັ້ນວີຊາຂອງລາວໄດ້ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນໄປທ່ຽວລາວຫຼາຍ. ນອກນີ້, ພາຍຫຼັງລາວໄດ້ຍົກເວັ້ນວີຊາໃຫ້ແກ່ຄະນະນັກທ່ອງທ່ຽວຈີນແລ້ວ, ບວກກັບສິງກະໂປ, ມາເລເຊຍ ແລະ ໄທ ກໍໄດ້ຍົກເວັ້ນວີຊາໃຫ້ແກ່ນັກທ່ອງທ່ຽວຈີນເຊັ່ນດຽວກັນ, ຍັງຈະດຶງດູດໃຫ້ນັກທ່ອງທ່ຽວຈີນໄປທ່ຽວບັນດາປະເທດອາຊີຕາເວັນອອກສຽງໃຕ້ຫຼາຍກວ່າເກົ່າ.
ນັກທ່ອງທ່ຽວຈີນເຂົ້າໄປທ່ຽວປະເທດລາວໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາຂະແໜງການທ່ອງທ່ຽວຂອງລາວ. ເຈົ້າໜ້າທີ່ພາກສ່ວນການທ່ອງທ່ຽວລາວກ່າວວ່າ: ພວມຕັ້ງໜ້າຍົກລະດັບການຄຸ້ມຄອງແລະການບໍລິການຂອງຂະແໜງການທ່ອງທ່ຽວໃຫ້ສູງຂຶ້ນ ພ້ອມທັງປັບປຸງຕະຫຼາດການທ່ອງທ່ຽວໃຫ້ເປັນແບບສະບັບກວ່າເກົ່າ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງນັກທ່ອງທ່ຽວຈີນໄດ້ດີກວ່າເກົ່າ. ໃນຂະນະດຽວກັນ, ລາວກໍພວມເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວກັບຈີນ, ຮ່ວມກັນພັດທະນາຊັບພະຍາກອນການທ່ອງທ່ຽວ ເພື່ອຊຸກຍູ້ໃຫ້ຂະແໜງການທ່ອງທ່ຽວຂອງສອງປະເທດພັດທະນາຮ່ວມກັນ. ລັດຖະບານສອງປະເທດໄດ້ຕົກລົງຈະຈັດກິດຈະກຳທ່ອງທ່ຽວຫຼາຍຢ່າງ ແລະ ມີແຜນການຈະເປີດ “ປີທ່ອງທ່ຽວລາວ-ຈີນ 2025”.