ຄຽງຄູ່ກັບນະໂຍບາຍເຂົ້າອອກເມືອງໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ,ຈຳນວນຄົນເຂົ້າອອກເມືອງຈາກດ່ານພາສີຕຸ່ງຊີ່ງ ເຊິ່ງເປັນດ່ານທາງບົກຢູ່ເຂດຊາຍແດນທີ່ມີຈຳນວນຜູ້ຜ່ານດ່ານຫຼາຍທີ່ສຸດລະຫວ່າງຈີນ ກັບ ຫວຽດນາມໄດ້ບຸກທະລຸ 8 ລ້ານເທື່ອຄົນ. ອີງຕາມຕົວເລກສະຖິຕິຂອງສະຖານີກວດກາຊາຍແດນເຂົ້າອອກເມືອງຕຸ່ງຊີ່ງ,ຈຳນວນຜູ້ໂດຍສານທີ່ເຂົ້າອອກເມືອງຈາກດ່ານດັ່ງກ່າວທີ່ສະເລ່ຍຕໍ່ມື້ໄດ້ຫຼາຍກວ່າ 20.000 ເທື່ອຄົນ.
ວັນທີ 29 ພະຈິກແລ້ວນີ້, ເສັ້ນທາງຜູ້ໂດຍສານສາກົນລະຫວ່າງນະຄອນຟາງເຊີງກາງຈີນ ກັບ ເມືອງຕຽນຢຽນຫວຽດນາມເລີ່ມເປີດບໍລິການ, ຫຼັງຈາກຜ່ານການກວດກາເຂົ້າອອກເມືອງແລ້ວ ຜູ້ໂດຍສານຈະສາມາດຂີ່ລົດບັສເດີນທາງຈາກດ່ານພາສີຕົ່ງຊີ່ງໄປຮອດເມືອງມອງໄກຫວຽດນາມ. ການເປີດເສັ້ນທາງຜູ້ໂດຍສານຂ້າມຊາດເທື່ອນີ້ເຮັດໃຫ້ຜູ້ໂດຍສານສອງປະເທດຈີນ ແລະ ຫວຽດນາມມີວິທີຂ້າມຊາດຫຼາຍຢ່າງກວ່າເກົ່າ ໂດຍໄດ້ຍົກສູງລະດັບເຊື່ອມຈອດກັນລະຫວ່າງສອງປະເທດຈີນ-ຫວຽດນາມແລະ ສອງບ່ອນຕຸ່ງຊີ່ງ-ມອງໄກ.