ຈີນສ້າງໂອກາດຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຂະແໜງການທຸລຽນຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້

CGTN, December 16, 2024
Size:

ຈີນເປັນປະເທດນຳເຂົ້າ ແລະ ບໍລິໂພກທຸລຽນໃຫຍ່ທີ່ສຸດຂອງໂລກ. ຫຼັງຈາກທຸລຽນຈາກຫຼາຍປະເທດອາຊີຕາເວັນອອກສຽງໃຕ້ໄດ້ຮັບການອະນຸມັດສົ່ງເຂົ້າປະເທດຈີນແລ້ວ ໄດ້ສ້າງທາງເລືອກອັນຫຼາກຫຼາຍອຸດົມສົມບູນໃຫ້ແກ່ຜູ້ບໍລິໂພກຈີນຕື່ມອີກ. ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ປະລິມານການນຳເຂົ້າທຸລຽນຂອງຈີນໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ ໂດຍນຳເຂົ້າທຸລຽນສົດຫຼາຍກວ່າ 1.487.700 ໂຕນ, ມູນຄ່າການນຳເຂົ້າມີເຖິງ 47.235 ລ້ານຢວນ; ປະລິມານການນຳເຂົ້າທຸລຽນແຊ່ເຢັນ, ທຸລຽນບົດ ແລະອື່ນໆມີຫຼາຍກວ່າ 60.000 ໂຕນ, ມູນຄ່າການນຳເຂົ້າມີເຖິງ 3.385 ລ້ານຢວນ.

ໃນຮອບໜຶ່ງປີທີ່ຜ່ານມາ, ບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ມີການແຂ່ງຂັນກັນຢ່າງດຸເດືອດໃນຕະຫຼາດຈີນ ໂດຍມີປະເທດໄທ ແລະ ຫວຽດນາມທີ່ເປັນສອງປະເທດສົ່ງໝາກທຸລຽນເຂົ້າຕະຫຼາດຈີນຫຼາຍກວ່າໝູ່, ຕໍ່ມາກໍມີຟິລິບປິນ ແລະ ມາເລເຊຍທີ່ເຂົ້າຮ່ວມຕາມຫຼັງ ເຊິ່ງແຕ່ລະບາດກ້າວກໍເປັນການສ່ອງແສງໃຫ້ເຫັນເຖິງການເປີດກວ້າງ ແລະ ການເຂົ້າສູ່ລວງເລິກຂອງຕະຫຼາດຈີນ. ໃນປີ 2025 ທີ່ໃກ້ຈະມາເຖິງນີ້ ຍັງຈະມີປະເທດໃໝ່ເຂົ້າຮ່ວມການແຂ່ງຂັນດັ່ງກ່າວ ເຊິ່ງຈະເຮັດໃຫ້ການແຂ່ງຂັນໃນຕະຫຼາດການນຳເຂົ້າທຸລຽນຂອງຈີນນັບມື້ນັບດຸເດືອດຂຶ້ນ. 

ທຸລຽນຂອງໄທໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນຕະຫຼາດຈີນຍ້ອນມີຄຸນນະພາບດີ, ມີລົດຊາດທີ່ພິເສດ ແລະ ບວກກັບປັດໄຈຕ່າງໆ ເຊັ່ນ ການຈໍລະຈອນສິນຄ້າ, ນະໂຍບາຍ, ການທ່ອງທ່ຽວ ແລະອື່ນໆ ຈຶ່ງຄອງຖານະອັນດັບໜຶ່ງໃນຕະຫຼາດການນຳເຂົ້າທຸລຽນຂອງຈີນມາຢ່າງຍາວນານ. ໃນລະຫວ່າງເດືອນມັງກອນຫາເດືອນຕຸລາປີນີ້, ຈີນໄດ້ນຳເຂົ້າທຸລຽນສົດຈາກໄທຫຼາຍກວ່າ 784.700 ໂຕນ ທີ່ມີມູນຄ່າຫຼາຍກວ່າ 27,4 ຕື້ຢວນ, ເປັນແຫຼ່ງນຳເຂົ້າທຸລຽນໃຫຍ່ທີ່ສຸດຂອງຈີນ. ສ່ວນກະຊວງການຄ້າໄທໄດ້ຊ່ວຍປະສານສົມທົບກັບຝ່າຍຕ່າງໆ ເພື່ອຮັບປະກັນໃຫ້ສົ່ງອອກມີຄວາມໂລ່ງລຽນ ພ້ອມທັງຊ່ວຍຍົກລະດັບຊື່ສຽງຂອງທຸລຽນໄທ.

ຫວຽດນາມກໍໄດ້ມີຜົນງານອັນພົ້ນເດັ່ນໃນຖານະເປັນປະເທດພັດທະນາຂຶ້ນມາໃໝ່ໃນດ້ານການສົ່ງອອກທຸລຽນ. ນັບແຕ່ໄດ້ຮັບການອະນຸມັດສົ່ງທຸລຽນສົດເຂົ້າຕະຫຼາດຈີນໃນປີ 2022, ການສົ່ງອອກທຸລຽນຂອງຫວຽດນາມເຂົ້າສູ່ຕະຫຼາດຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ເນື່ອງຈາກວ່າການສົ່ງອອກທຸລຽນເຂົ້າຕະຫຼາດຈີນມີໄລຍະທາງຂົນສົ່ງທີ່ສັ້ນ, ຕົ້ນທຶນຂ້ອນຂ້າງຕ່ຳ, ເຮັດໃຫ້ມີທ່າແຮງໃນດ້ານລາຄາ ເຊິ່ງໄດ້ສ້າງທາງເລືອກຫຼາຍກວ່າເກົ່າໃຫ້ແກ່ລູກຄ້າຈີນ.

ຫຼັງຈີນເປີດປະຕູຢ່າງເປັນທາງການຕໍ່ທຸລຽນສົດຂອງມາເລເຊຍ ໄດ້ເຮັດໃຫ້ຕະຫຼາດການນຳເຂົ້າທຸລຽນຂອງຈີນມີຄວາມກະຕືລືລົ້ນຫຼາຍຂຶ້ນກວ່າເກົ່າ. ກ່ອນໜ້ານີ້, ທຸລຽນທີ່ມາເລເຊຍສົ່ງເຂົ້າຈີນສ່ວນຫຼາຍແມ່ນທຸລຽນແຊ່ເຢັນ. ໃນເດືອນສິງຫາປີນີ້, ທຸລຽນສົດຂອງມາເລເຊຍໄດ້ຮັບການອະນຸມັດສົ່ງເຂົ້າຕະຫຼາດຈີນຢ່າງເປັນທາງການ ກວມເອົາທຸລຽນ 10 ສາຍພັນ. ອີງຕາມສະຖິຕິສະແດງໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນຕຸລາປີນີ້, ຈີນນຳເຂົ້າທຸລຽນສົດຈາກມາເລເຊຍຫຼາຍກວ່າ 240 ໂຕນ ມີມູນຄ່າຫຼາຍກວ່າ 29 ລ້ານຢວນ.

ໃນປີ 2025 ທີ່ໃກ້ຈະມາເຖິງນີ້, ປະເທດລາວຕັ້ງຄວາມວັງຈະເຂົ້າໃນບັນຊີລາຍຊື່ປະເທດແຫຼ່ງນຳເຂົ້າທຸລຽນຂອງຈີນ. ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດລາວ ແລະ ຈີນໄດ້ດຳເນີນການເປິກສາຫາລືກ່ຽວກັບການຈັດທຸລຽນຂອງລາວເຂົ້າໃນບັນຊີລາຍຊື່ສິນຄ້ານຳເຂົ້າຂອງຈີນ. ປັດຈຸບັນ, ການປູກທຸລຽນຂອງລາວໄດ້ມີເນື້ອທີ່ເພີ່ມຂຶ້ນມາໃນລະດັບໃດໜຶ່ງແລ້ວ. ກະຊວງກະສິກຳລາວລະບຸວ່າ: ກຳລັງດຳເນີນການຂໍເອກະສານອະນຸມັດທີ່ກ່ຽວຂ້ອງຈາກຈີນ, ຄາດວ່າທຸລຽນຂອງລາວຈະສາມາດສົ່ງເຂົ້າໄປຈີນໃນປີ 2025. ນອກນີ້, ຍ້ອນໄດ້ປະໂຫຍດຈາກທາງລົດໄຟຈີນ-ລາວ, ໃນອະນາຄົດ ທຸລຽນຂອງລາວຈະສາມາດຂົນສົ່ງໄປຮອດຜູ້ບໍລິໂພກຈີນພາຍໃນ 48 ຊົ່ວໂມງຫຼັງຈາກເກັບຈາກຕົ້ນ.

ການເປີດກວ້າງຢ່າງຕໍ່ເນື່ອງຂອງການຄ້າທຸລຽນລະຫວ່າງບັນດາປະເທດອາຊີຕາເວັນອອກສຽງໃຕ້ກັບຈີນ ເປັນໝາກຜົນແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຕະຫຼາດທີ່ມີການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ກຳລັງບົ່ມຊ້ອນອັນໃຫຍ່ຫຼວງໃນດ້ານການບໍລິໂພກທຸລຽນຂອງຈີນ ໄດ້ສ້າງໂອກາດມະຫາສານໃຫ້ແກ່ຂະແໜງການທຸລຽນຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຊິ່ງນັບມື້ນັບກໍມີປະເທດທີ່ໄດ້ຮັບຜົນປະໂຫຍດຈາກຕະຫຼາດການບໍລິໂພກ-ອຸປະໂພກຂອງຈີນຫຼາຍຂຶ້ນ ເຊິ່ງເປັນສັກຂີພິຍານໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້.