ຈັດກອງປະຊຸມຄະນະກຳມະການຊີ້ນຳການຮ່ວມມືຈີນ-ຫວຽດນາມຄັ້ງທີ 16

CGTN, December 16, 2024
Size:

ຫວ່າງມໍ່ໆມານີ້,ກອງປະຊຸມຄະນະກຳມະການຊີ້ນຳການຮ່ວມມືຈີນ -ຫວຽດນາມຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມເປັນປະທານກອງປະຊຸມຮ່ວມກັນ.

ກ່ອນໄຂກອງປະຊຸມຄະນະກຳມະການຊີ້ນຳການຮ່ວມມື ສອງປະເທດຈີນ ແລະ ຫວຽດນາມໄດ້ຈັດກອງປະຊຸມຄັ້ງທຳອິດຂອງກົນໄກການສົນທະນາດ້ານຍຸດທະສາດ “3+3” ຄື:ການຕ່າງປະເທດ,ການປ້ອງກັນປະເທດແລະ ການປ້ອງກັນຄວາມສະຫງົບ,ຜູ້ຮັບຜິດຊອບພາກສ່ວນການຕ່າງປະເທດ ກອງທັບ ແລະ ການປ້ອງກັນຄວາມສະຫງົບຂອງສອງປະເທດຮ່ວມເປັນປະທານກອງປະຊຸມ. ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງເປີດອິກເປິດໃຈ ແລະ ເລິກເຊິ່ງກ່ຽວກັບການຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ ພ້ອມດ້ວຍບັນຫາສາກົນ ແລະ ພາກພື້ນທີ່ໃຫ້ຄວາມສົນໃຈຮ່ວມກັນ ໂດຍໄດ້ຮັບຄວາມຮັບຮູ້ຄືກັນຈຳນວນຫຼວງຫຼາຍ.