ຈັດງານວາງສະແດງຜົນງານດີເດັ່ນຈາກການແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢູ່ປະເທດລາວ

lmcchina.org, December 13, 2024
Size:

ວັນທີ 27 ພະຈິກ 2024, “ງານວາງສະແດງຜົນງານດີເດັ່ນຂອງຈາກການແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນປະເທດລາວ. ມີຄູອາຈານ ແລະ ນັກສຶກສາຂອງໂຮງຮຽນສິລະປະ, ຜູ້ຕາງໜ້າວິສາຫະກິດ, ຫົວໜ່ວຍວິຊາການ, ນັກຂ່າວ ພ້ອມດ້ວຍແຂຈາກວົງການຕ່າງໆຂອງສອງປະເທດຈີນ-ລາວເກືອບ 100 ຄົນໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້.

ພາຍໃນງານໄດ້ວາງສະແດງຜົນງານທີ່ເຄີຍໄດ້ຮັບລາງວັນດີເດັ່ນຈາກການແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຫຼາຍຄັ້ງຜ່ານມາ ແລະ ຜົນງານດີເດັ່ນຈຳນວນໜຶ່ງທີ່ເຂົ້າຮ່ວມການແຂ່ງຂັນໃນປີນີ້ທັງໝົດ 50 ກວ່າຜົນງານ, ພ້ອມທັງໄດ້ນຳເອົາຜົນງານຂອງນັກສຶກສາວິທະຍາໄລວິຈິດສິນແຫ່ງຊາດລາວເຂົ້າຮ່ວມວາງສະແດງ. ຜົນງານເຫຼົ່ານີ້ໄດ້ເຕົ້າໂຮມສິ່ງຍອດຍິ່ງດ້ານສິລະປະຂອງຈີນ ແລະ ລາວ ກໍຄືປະເທດລ່ອງແມ່ນ້ຳລ້າຊ້າງ-ແມ່ນ້ຳຂອງ, ສະແດງໃຫ້ເຫັນເຖິງຫົວຄິດປະດິດສ້າງ ແລະ ພອນສະຫວັນດ້ານສິລະປະຫຼາຍເຄົ້າ, ເພີ່ມພະລັງແຮງຂັບເຄື່ອນເຂົ້າໃນຄວາມຈະເລີນຮຸ່ງເຮືອງດ້ານສິລະປະວັດທະນະທຳຂອງພາກພື້ນ, ສ່ອງແສງໃຫ້ເຫັນເຖິງວິໄສທັດອັນດີງາມແຫ່ງການເຊື່ອມໂຍງຈິດໃຈປະຊາຊົນ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງບັນດາປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ນັບແຕ່ປີ 2020 ເປັນຕົ້ນມາ, ການແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນ 5 ປີລຽນຕິດ, ປັດຈຸບັນໄດ້ກາຍເປັນການແຂ່ງຂັນປະເພດການອອກແບບສາກົນທີ່ມີຊື່ສຽງ ແລະ ມີອິດທິພົນອ່າວສູງຢູ່ພາກພື້ນລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.