ວັນທີ 27 ພະຈິກ 2024, ກິດຈະກຳແລກປ່ຽນສະຫະພັນຮ່ວມມືລະຫວ່າງຕົວເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2024 ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງຈີນ. ມີຜູ້ຕາງໜ້າຕົວເມືອງສະມາຊິກ, ຜູ້ຕາງໜ້າວິສາຫະກິດແຖວໜ້າ, ຜູ້ຕາງໜ້າສະມາຄົມຂະແໜງການຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມດ້ວຍ ຜູ້ຊ່ຽວຊານ ແລະ ນັກວິຊາການປະມານ 200 ຄົນໄດ້ ຮ່ວມກັນເປິກສາຫາລືກ່ຽວກັບໂອກາດໃໝ່ ແລະ ອະນາຄົດໃໝ່ແຫ່ງການຮ່ວມມືດ້ານການທ່ອງທ່ຽວຢູ່ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການພັດທະນາແບບເຊື່ອມໂຍງ ການທ່ອງທ່ຽວຢູ່ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ຝ່າຍເຈົ້າພາບຍັງໄດ້ເຜີຍແຜ່ “ຂໍ້ລິເລີ່ມທີ່ສື່ມວນຊົນປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມມືໂຄສະນາສົ່ງເສີມການທ່ອງທ່ຽວ”. ອີງຕາມຂໍ້ລິເລີ່ມດັ່ງກ່າວ, 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະເຕົ້າໂຮມກຳລັງແຮງ ດ້ານໂຄສະນາເຜີຍແຜ່ຂອງສື່ມວນຊົນ, ຍົກລະດັບຊື່ສຽງ ແລະ ອິດທິພົນ ດ້ານການທ່ອງທ່ຽວຢູ່ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ດຶງດູດນັກທ່ອງທ່ຽວສາກົນເຂົ້າໄປທ່ຽວຢູ່ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຫຼາຍກວ່າເກົ່າ, ຊຸກຍູ້ການເຕີບໂຕດ້ານເສດຖະກິດຢູ່ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ໃນກິດຈະກຳຄັ້ງນີ້, ໄດ້ເປີດກິດຈະກຳໂຄສະນາສົ່ງເສີມການທ່ອງທ່ຽວຢູ່ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການ, ນະຄອນຈຸ່ງກິ່ງຈະຈັດຕັ້ງຕົວເມືອງສະມາຊິກຮ່ວມກັນໄປດຳເນີນການໂຄສະນາຢູ່ຕະຫຼາດທີ່ເປັນແຫຼ່ງນັກທ່ອງທ່ຽວສຳຄັນ, ເຊິ່ງລວມມີງານນຳສະເໜີ, ງານວາງສະແດງ, ງານພົບປະສັງສັນ ແລະອື່ນໆ, ຕັ້ງໜ້າຊຸກຍູ້ການເພີ່ມຂຶ້ນຂອງນັກທ່ອງທ່ຽວທີ່ມາຈາກນອກພາກພື້ນ ແລະ ການແລກປ່ຽນນັກທ່ອງທ່ຽວລະຫວ່າງປະເທດຢູ່ພາຍໃນພາກພື້ນ.