ອົງ​ການ​ສະ​ໜັບ​ສະ​ໜູນ RCEP ເລີ່ມ​ດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ

CGTN, December 13, 2024
Size:

ວັນທີ 9 ທັນວານີ້, ພິທີປະກາດສຳເລັດການສ້າງອົງການສະໜັບສະໜູນ “ສັນຍາການພົວ ພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP)” ຫຼື RSU ໄດ້ຈັດຂຶ້ນຢູ່ສຳນັກງານກອງເລຂາອາຊຽນທີ່ນະຄອນຈາກາຕາອິນໂດເນເຊຍ, ທ່ານກາວກິມໂຮນ ເລຂາທິການໃຫຍ່ອາຊຽນ, ທ່ານບູດີ ຊານໂຕໂຊ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍ ປະເທດປະທານຝ່າຍອາຊຽນຂອງ RCEP ພ້ອມດ້ວຍຜູ້ຕາງໜ້າຈາກ 15 ປະເທດສະມາຊິກ RCEP ເຊັ່ນ: ປະເທດສະມາຊິກອາຊຽນ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕຣາລີ ແລະ ນູແວນເຊລັງເປັນຕົ້ນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ພິທີປະກາດສຳເລັດການສ້າງຄັ້ງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ອົງການສະໜັບສະໜູນ RCEP ເລີ່ມດຳເນີນງານຢ່າງຮອບດ້ານ, ມີຜົນດີຕໍ່ການໃຫ້ການສະໜັບສະໜູນທາງດ້ານເລຂານຸການ ແລະ ເຕັກນິກຢ່າງເຕັມປ່ຽມແກ່ການຈັດຕັ້ງປະຕິບັດ RCEP ແລະ ການດຳເນີນງານຂອງອົງການທີ່ກ່ຽວຂ້ອງ ເຊິ່ງຈະຊຸກຍູ້ໃຫ້ການຈັດຕັ້ງປະຕິບັດ RCEP ເຮັດໄດ້ຮອບດ້ານ ແລະ ມີຄຸນນະພາບສູງຂຶ້ນຕື່ມອີກ.