ວັນທີ 8 ທັນວານີ້, ກອງປະຊຸມເວທີເປິກສາຫາລືການຮ່ວມມື ແລະ ແລກປ່ຽນວັດທະນະທຳຈີນ-ອາຊຽນ 2024 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີຂອງຈີນ. ໃນໂອກາດດັ່ງກ່າວໄດ້ເຜີຍແຜ່ປຶ້ມ “ຂໍ້ລິເລີ່ມການພັດທະນາຮ່ວມດ້ານວັດທະນະທໍາແລະທ່ອງທ່ຽວຈີນ-ອາຊຽນ”.
ໃນການຮັດແຫນ້ນຄວາມຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງຈີນ-ອາຊຽນ, ປຶ້ມ “ຂໍ້ລິເລີ່ມ” ນີ້ໄດ້ສະເໜີໃຫມີການຈັດຕັ້ງກອງປະຊຸມເວທີເປິກສາຫາລື, ກອງປະຊຸມສຳມະນາ, ງານວາງສະແດງ ແລະ ກິດຈະກຳຕ່າງໆຢ່າງເປັນປະຈຳ, ຊຸກຍູ້ໃຫ້ວົງການວັດທະນະທຳ ແລະ ທ່ອງທ່ຽວຂອງຈີນ-ອາຊຽນ ໃຊ້ຂໍ້ມູນຂ່າວສານຮ່ວມກັນ, ຖອດຖອນບົດຮຽນນຳກັນ ແລະ ດຳເນີນໂຄງການຮ່ວມມືຕ່າງໆ, ເພື່ອສະໜອງສິ່ງຮັບປະກັນທີ່ເຂັ້ມແຂງໃຫ້ແກ່ການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງຈີນ ແລະ ປະເທດສະມາຊິກອາຊຽນ.