ກອງ​ປະ​ຊຸມ​ເວ​ທີ​ເປິກ​ສາ​ຫາ​ລື​ການ​ຮ່ວມ​ມືດ້ານກະ​ສິ​ກຳ,ປັດ​ໄຈ​ການ​ຜະ​ລິດ​ກະ​ສິ​ກຳ ແລະເສດ​ຖະ​ກິດ​-ການ​ຄ້າ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2024 ຈັດ​ຂຶ້ນ​ຢູ່​ກວາງ​ຊີ​ຈີນ

CGTN, December 11, 2024
Size:

ວັນທີ 4 ທັນວານີ້, ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານກະສິກຳ,ປັດໄຈການຜະລິດກະສິກຳ ແລະເສດຖະກິດ-ການຄ້າ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2024 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ເຈົ້າໜ້າທີ່ລັດຖະບານ, ຜູ້ຊ່ຽວຊານນັກວິຊາການ, ຜູ້ຕາງໜ້າຂະແໜງການກະສິກຳ ແລະວິສາຫະກິດຂອງປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ເຂົ້າຮ່ວມປະຊຸມໄດ້ລົງເລິກແລກປ່ຽນຄວາມເຫັນໂດຍປິ່ນອ້ອມຫົວຂໍ້ “ຊຸກຍູ້ການພັດທະນາແບບສີຂຽວ ແລະຍືນຍົງໃນດ້ານກະສິກຳ ແລະປັດໄຈການຜະລິດກະສິກຳຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.”

ໃນກອງປະຊຸມດັ່ງກ່າວ, ແຂກຖືກເຊີນທີ່ມີກຽດໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບບັນຫາຕ່າງໆເຊັ່ນ: ຈີນ ແລະອາຊຽນ ໂດຍສະເພາະແມ່ນປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນເພີ່ມທະວີການແລກປ່ຽນ ແລະການຮ່ວມມືດ້ານເຕັກນິກວິຊາການກະສິກຳ,ປັດໄຈການຜະລິດກະສິກຳ ແລະເສດຖະກິດ-ການຄ້າ, ຊຸກຍູ້ຜະລິດຕະພັນກະສິກຳ ແລະຜະລິດຕະພັນປັດໄຈການຜະລິດກະສິກຳໃຫ້ພັດທະນາຕາມທິດສີຂຽວແລະການນຳໃຊ້ແບບປະດິດສ້າງ, ຊຸກຍູ້ຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງດ້ານກະສິກຳຂອງບັນດາຝ່າຍໃຫ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ພັດທະນາແບບຊ່ວຍຊູຍູ້ໜູນກັນ. 

ໃນພິທີເຊັນສັນຍາ, ສະພາການຄ້າປັດໄຈການຜະລິດກະສິກຳຈີນ-ອາຊຽນກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື, ສອງຝ່າຍຈະຮ່ວມກັນເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນດ້ານການຜະລິດ, ການຄ້າແລະການລົງທຶນດ້ານປັດໄຈການຜະລິດກະສິກຳພ້ອມດ້ວຍຜະລິດຕະພັນກະສິກຳເປັນຕົ້ນ, ພ້ອມທັງ ຮ່ວມກັນໃຫ້ການສະໜັບສະໜູນຕໍ່ການພັດທະນາກະສິກຳ, ປັດໄຈການຜະລິດກະສິກຳ, ເສດຖະກິດ-ການຄ້າ ແລະວິສາຫະກິດຂອງຈີນ, ລາວ ກໍຄືປະເທດອື່ນໆໃນອາຊຽນ.