ວັນທີ 6 ທັນວານີ້ຕາມເວລາທ້ອງຖິ່ນ, ງານວາງສະແດງຮູບຖ່າຍ “ເລື່ອງລາວກ່ຽວກັບຈີນ” ແບບເຈົ້າພາບໄດ້ຈັດຂຶ້ນຮ່ວມໂດຍສະຖານທູດຈີນປະຈຳກຳປູເຈຍ, ກະຊວງວັດທະນະທຳແລະສິລະປະແຫ່ງກຳປູເຈຍ ແລະ ສະມາຄົມຊ່າງຖ່າຍຮູບຈີນໄດ້ໄຂຂຶ້ນຢູ່ຫໍພິພິທະພັນແຫ່ງຊາດກຳປູເຈຍ. ທ່ານເສີນຊ່ົງ, ກົງສຸນໃຫຍ່ຂອງສະຖານທູດຈີນປະຈຳກຳປູເຈຍໄດ້ເຂົ້າຮ່ວມພິທີເປີດແລະຕັດແຖບຜ້າເປີດງານສະແດງ.
ທ່ານເສີນຊົ່ງກ່າວວ່າ: ຮູບທີ່ນຳມາວາງສະແດງຄ້ັງນີ້ໄດ້ຄັດເລືອກຮູບຖ່າຍທີ່ດີທີ່ສຸດ 40 ຮູບຈາກບັນດາຊ່າງຖ່າຍຮູບຈີນເຊິ່ງສະແດງໃຫ້ເຫັນເລື່ອງລາວຂອງຈີນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາແລະໜ້າຊົມ, ສະແດງຄວບຄູ່ໄປກັບວັດຖຸບູຮານທີ່ຖືກທະນຸຖະໜອມໄວ້ໃນຫໍພິພິທະພັນແຫ່ງຊາດກຳປູເຈຍທີ່ມີຄວາມສວຍງາມເຫຼືອງເຫຼື້ອມ, ນີ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງການບັນລຸຄວາມປອງດອງກັນດ້ານວັດທະນະທຳລະຫວ່າງສອງປະເທດ, ເຊິ່ງຈະກະຕຸ້ນຜູ້ຊົມໃຫ້ມີຄວາມຄິດຄວາມເຫັນຕໍ່ຄຸນຄ່າທາງສີລະປະເຫຼົ່ານີ້ໄດ້ເປັນຢ່າງດີແນ່ນອນ.