ວັນທີ 6 ທັນວານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານບຸຍແທັງເຊິນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຈະຮ່ວມກັນເປັນປະທານກອງປະຊຸມຄະນະກຳມະການຊີ້ນຳການຮ່ວມມືຈີນ-ຫວຽດນາມຄັ້ງທີ 16 ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ.
ທ່ານຫຼິນຈ້ຽນ ກ່າວຢືນຢັນວ່າ: ໃນກອງປະຊຸມເທື່ອນີ້, ສອງຝ່າຍຈະແລກປ່ຽນຄວາມເຫັນກ່ຽວກັບການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສູງສຸດຂອງສອງພັກສອງລັດ ແລະລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ, ຕົ້ນຕໍເປິກສາຫາລືການຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດກັນ, ການຄ້າແລະການລົງທຶນ, ເສດຖະກິດດີຈີຕອນ, ການພັດທະນາແບບສີຂຽວ ແລະອື່ນໆ. ໃນໄລຍະຈັດກອງປະຊຸມ, ສອງຝ່າຍຍັງຈະຮ່ວມກັນເຂົ້າຮ່ວມກິດຈະກຳລະນຶກການຂີດແບ່ງຊາຍແດນທາງບົກລະຫວ່າງຈີນ-ຫວຽດນາມຄົບຮອບ 25 ປີ ແລະ ການລົງນາມໃນ “ເອກກະສານກົດໝາຍ 3 ສະບັບ” ລະຫວ່າງສອງປະເທດຄົບຮອບ 15 ປີ.
ຈີນ ແລະ ຫວຽດນາມແມ່ນປະເທດສັງຄົມນິຍົມທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ປີໜ້າແມ່ນປີທີ່ຈີນ-ຫວຽດນາມສ້າງສາຍພົວພັນທາງການທູດຄົບຮອບ 75 ປີ ແລະ “ປີແລກປ່ຽນວັດທະນະທຳຈີນ-ຫວຽດນາມ”, ເຊື່ອໝັ້ນວ່າ ພາຍໃຕ້ການນຳພາດ້ານຍຸດທະສາດຈາກການນຳຂັ້ນສູງສອງພັກສອງລັດ, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບຫວຽດນາມຈະສືບຕໍ່ໄດ້ຮັບການຂະຫຍາຍເຂົ້າສູ່ລວງເລິກຢ່າງເປັນຮູບປະທຳ, ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ, ພ້ອມທັງປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.