ທ່ານ​ນາງ ຟ່າງ​ຮົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ຈີນ​ປະ​ຈຳ ສ​ປ​ປ ລາວ​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ດຳ​ເນີນ​ໂຄງ​ການ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ​​ລາວ

CGTN, December 10, 2024
Size:

ວັນທີ 4 ທັນວານີ້, ກະຊວງສາທາລະນະສຸກ ສປປ ລາວໄດ້ຈັດພິທີເລີ່ມດຳເນີນໂຄງການ ສປ ຈີນຊ່ວຍເຫຼືອເດັກນ້ອຍລາວ, ທ່ານນາງ ຟ່າງຮົງ ເອກອັກຄະລັດຖະທູດຈີນປະຈຳ ສປປ ລາວ ແລະທ່ານອື່ນໆໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານນາງ ຟ່າງຮົງ ກ່າວວ່າ: ຫວັງວ່າຜ່ານໂຄງການດັ່ງກ່າວນີ້ຈະສາມາດໃຫ້ການຊ່ວຍເຫຼືອແກ່ເດັກນ້ອຍຂອງລາວ, ເຮັດໃຫ້ເຂົາເຈົ້າສາມາດເຕີບໃຫຍ່ຢ່າງແຂງແຮງ. ຝ່າຍຈີນຍິນດີສືບຕໍ່ຮັດແໜ້ນການຮ່ວມມືກັບລາວກໍຄືອົງການກອງທຶນເພື່ອເດັກນ້ອຍຂອງລາວ, ເພື່ອຮັບປະກັນໃຫ້ໂຄງການສາມາດໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ.

ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານຈີນແລະອົງການກອງທຶນການຮ່ວມມືໃຕ້-ໃຕ້ແລະການພັດທະນາຂອງໂລກ, ໂດຍແມ່ນສຳນັກງານອົງການກອງທຶນເພື່ອເດັກນ້ອຍຂອງອົງການສະຫະປະຊາຊາດປະຈຳລາວເປັນຜູ້ຈັດຕັ້ງປະຕິບັດ, ຈະສະໜອງອາຫານ, ຢາປົວພະຍາດ, ການບໍລິການດ້ານການແພດ ແລະ ການຊ່ວຍເຫຼືອອື່ນໆໃຫ້ແກ່ເດັກນ້ອຍຂາດສານອາຫານປະມານ 6.000 ຄົນ, ເດັກນ້ອຍເປັນພະຍາດ 165.000 ຄົນລວມເຖິງເດັກອ່ອນທີ່ເກີດໃໝ່ 34.000 ຄົນຂອງລາວ.