ວັນທີ 4 ທັນວານີ້, ທ່ານຈິຣາຢຸ ຫ່ວງຊັບ ໂຄສົກທຳນຽບນາຍົກລັດຖະມົນຕີໄທກ່າວວ່າ: ໃນກອງປະຊຸມສະໄໝສາມັນຄັ້ງທີ 19ຂອງຄະນະກຳມະການລະຫວ່າງລັດຖະບານເພື່ອການອະນຸລັກມໍລະດົກວັດທະນະທຳນາມມະທຳຂອງອົງການການສຶກສາ ວິທະຍາສາດ ແລະວັດທະນະທຳຂອງອົງການສະຫະປະຊາຊາດຫຼື UNESCO ທີ່ຈັດຂຶ້ນຢູ່ນະຄອນຫຼວງອາຊູງຊັນຂອງປາຣາໄກວໃນມື້ດຽວກັນໄດ້ປະກາດຮັບເອົາຕົ້ມຍຳກຸ້ງຂອງໄທເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດຂອງ UNESCO ແລ້ວ.