ຈັດກອງປະຊຸມພົບປະນັກວິເຄາະຂ່າວລາວ-ຈີນ

CRI, December 9, 2024
Size:


ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ວິທະຍຸ ໂທລະ ພາບສູນກາງຈີນ (CMG) ຈັດກອງປະຊຸມພົບປະນັກວິເຄາະຂ່າວ ລາວ-ຈີນ ຂຶ້ນໃນວັນທີ 3 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ,ພາຍໃຕ້ການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຮອງ ລັດຖະມົນຕີກະຊວງ ຖວທ, ໂດຍມີທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ CMG ປະຈໍາສປປ ລາວ, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ,ບັນດາການນຳສື່ມວນຊົນແລະນັກວິເຄາະຂ່າວລາວແລະຈີນເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອນໍາສະເໜີສືບຕໍ່ສ້າງກິດຈະກຳ ການຮ່ວມມືກັນລະຫວ່າງສື່ມວນຊົນລາວແລະສື່ມວນຊົນຂອງວິທະຍຸໂທລະພາບສູນກາງຈີນ ໂດຍເນັ້ນໃສ່ ການຂຽນບົດວິເຄາະຂ່າວໃນ 3 ຫົວຂໍ້ຫຼັກຄື:3ຂໍ້ລິເລີ່ມທົ່ວໂລກທີ່ທ່ານປະທານສີຈິ້ນຜິງສະເໜີອອກມາຄືຂໍ້ລິເລີ່ມການພັດທະນາທົ່ວໂລກ,ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມອະລິຍະທຳທົ່ວໂລກ,ຄູ່ຮ່ວມຊະຕາກໍາ ລາວ-ຈີນ,ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບ 3 ປີ. ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບຫລັກການ ແລະ ວິທີການເຮັດບົດວິເຄາະ ເພື່ອຂຽນສົ່ງເຂົ້າແຂ່ງຂັນໃນໂຄງການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດ ລາວ-ຈີນ ເຊິ່ງຈະຈັດຂຶ້ນໄວໆນີ້.

ທ່ານ ໂພສີ ແກ້ວມະນີວົງກ່າວວ່າ, ໃນສະພາບປັດຈຸບັນສື່ມວນຊົນລາວ ແມ່ນມີຄວາມຕ້ອງການ ນັກວິເຄາະຂ່າວທີ່ເປັນມືອາຊີບ, ເພາະສະນັ້ນ ການຮ່ວມມືຄັ້ງນີ້ຈະຊ່ວຍໃຫ້ສື່ມວນຊົນລາວຮູ້ວີທີການ ຫລັກການ ແລະຊອກຫາແຫລ່ງຂໍ້ມູນໃນການໃນການຂຽນບົດວິເຄາະໄດ້ຢ່າງມີຄຸນນະພາບ.