ໜ່ວຍຜູ້ຊ່ຽວຊານທາງການແພດຊຸດທີ 12 ທີ່ຈີນສົ່ງໄປຊ່ວຍກອງທັບປະຊາຊົນລາວໄດ້ເດີນທາງເຖິງນະຄອນຫຼວງວຽງຈັນ

CRI, December 6, 2024
Size:

ວັນທີ 30 ພະຈິກຜ່ານມາ, ໜ່ວຍຜູ້ຊ່ຽວຊານທາງການແພດຊຸດທີ 12 ທີ່ກອງທັບປົດປ່ອຍປະຊາຊົນຈີນສົ່ງໄປຊ່ວຍກອງທັບປະຊາຊົນລາວ ໄດ້ເດີນທາງເຖິງນະຄອນຫຼວງວຽງຈັນຢ່າງສະດວກ.

ຫົວໜ້າໂຮງໝໍ 103 ກອງທັບປະຊາຊົນລາວໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜູ້ຊ່ຽວຊານຕ່າງໆທີ່ເດີນທາງມາເຖິງລາວ ທັງຍໍເປັນຢ່າງສູງຕໍ່ນ້ຳໃຈອຸທິດຕົນ ແລະ ມີຄວາມອົດທົນຂອງແພດທະຫານຈີນ ແລະ ຫວັງວ່າຜູ້ຊ່ຽວຊານຈີນຈະນຳມາເຊິ່ງບົດຮຽນ ແລະ ເຕັກນິກດ້ານການແພດ, ຊ່ວຍການສ້າງ ແລະ ຝຶກອົບຮົມຜູ້ມີຄວາມສາມາດຂອງລະບົບສາທາລະນະສຸກທາງທະຫານຂອງລາວ ແລະ ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືລະຫວ່າງສອງກອງທັບກໍຄືສອງປະເທດຕື່ມອີກ.