ວັນທີ 30 ພະຈິກຜ່ານມາ, ສະພາແຫ່ງຊາດຫວຽດນາມໄດ້ຜ່ານການຮັບຮອງແຜນການລົງທຶນເສັ້ນທາງລົດໄຟຄວາມໄວສູງເໜືອ-ໃຕ້ ທີ່ເປັນໄລຍະເວລາ 10 ປີ. ແຜນການດັ່ງກ່າວຈະລົງທຶນ 67 ຕື້ໂດລາ, ເສັ້ນທາງລົດໄຟຍາວທັງໝົດ 1.541 ກິໂລແມັດ, ສອງສົ້ນຂອງເສັ້ນທາງລົດໄຟແມ່ນຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິນ, ຕະຫຼອດເສັ້ນທາງລົດໄຟຈະເຊື່ອມຕໍ່ 20 ແຂວງ ແລະ ກຳແພງນະຄອນ. ສະພາແຫ່ງຊາດຫວຽດນາມຮຽກຮ້ອງໃຫ້ເລີ່ມການຄົ້ນຄວ້າຄວາມເປັນໄປໄດ້ແຕ່ປີ 2025 ເປັນຕົ້ນໄປ ແລະ ພະຍາຍາມໃຫ້ສຳເລັດການກໍ່ສ້າງໂດຍພື້ນຖານກ່ອນປີ 2035.