ວັນທີ 19 ພະຈິກ 2024, ຢູ່ທີ່ທ່າບົກ ອ່ານນິງເໜືອ ສາກົນ ຄຸນໝິງ ສປ ຈີນ, ຂະບວນລົດໄຟຂົນສົ່ງແບບປະສົມປະສານດ້ວຍຫຼາຍຮູບແບບ ທີ່ບັນທຸກສິນຄ້າຈຳນວນຫຼາຍ ໄດ້ອອກເດີນທາງຈາກນະຄອນຄຸນໝິງ ສປ ຈີນ ໄປຫາ ຣະນອງ ຣາຊະອານາຈັກໄທ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເສັ້ນທາງໂລຈີສະຕິກສາກົນລະຫວ່າງຈີນ ແລະ ໄທໄດ້ຮັບການຂະຫຍາຍກວ້າງອອກອີກບາດກ້າວໜຶ່ງ ເຊິ່ງຈະເພີ່ມພະລັງຊີວິດ ໃໝ່ໃຫ້ແກ່ການຄ້າລະຫວ່າງຈີນ ກັບ ອາຊຽນ.
ແຕ່ກ່ອນ, ການຂົນສົ່ງສິນຄ້າລະຫວ່າງຈີນ ກັບ ໄທ, ໂດຍທົ່ວໄປແລ້ວ ແມ່ນອາໄສການຂົນສົ່ງຜ່ານທາງທະເລ ຫຼື ທາງບົກ ເຊິ່ງການຂົນສົ່ງຜ່ານທະເລຈະໃຊ້ເວລາດົນ ແລະ ຜ່ານທາງບົກຊໍ້າພັດມີຄ່າໃຊ້ຈ່າຍສູງ. ແຕ່ວ່າຂະບວນລົດໄຟທີ່ເປີດແລ່ນໃນຄັ້ງນີ້ ແມ່ນຂະບວນລົດໄຟຂົນສົ່ງແບບປະສົມປະສານດ້ວຍຫຼາຍຮູບແບບ ເຊັ່ນ: ຜ່ານທາງລົດໄຟຈີນ-ລາວ, ທາງລົດໄຟໄທ ແລະ ທາງຫຼວງ ເຊິ່ງຈະສະໜອງທາງເລືອກທີ່ດີກວ່າເກົ່າໃຫ້ແກ່ວິສາຫະກິດຈີນ ແລະ ໄທ, ຈະປະຢັດເວລາການຂົນສົ່ງພ້ອມທັງສາມາດຊ່ວຍຍົກສູງປະສິດທິພາບການນຳໃຊ້ທຶນຮອນຕື່ມອີກ.
ຂະບວນລົດໄຟທີ່ຂົນສົ່ງແບບປະສົມປະສານດ້ວຍຫຼາຍຮູບແບບ ຈາກຄຸນໝິງ ສປ ຈີນ ໄປຫາ ຣະນອງ ຣາຊະອານາຈັກໄທ ແມ່ນອອກເດີນທາງຈາກທ່າບົກ ອ່ານນິງເໜືອ ສາກົນ ຄຸນໝິງ ສປ ຈີນ, ໄປຫານະຄອນຫຼວງວຽງຈັນໂດຍຜ່ານເສັ້ນທາງລົດໄຟຈີນ-ລາວ, ຈາກນັ້ນ ຜ່ານການຂົນສົ່ງແບບປະສົມປະສານຄືຂົນສົ່ງໂດຍທາງລົດໄຟ ແລະ ທາງຫຼວງ ເພື່ອຂົນສົ່ງສິນຄ້າໄປຫາ ນະຄອນບາງກອກ, ເມືອງຣະນອງທີ່ເປັນຕົວເມືອງຕັ້ງຢູ່ແຄມທະເລທາງພາກຕາເວັນຕົກສຽງໃຕ້ ແລະ ເມືອງອື່ນໆ ຂອງ ຣາຊະອານາຈັກໄທ. ການຂົນສົ່ງແບບນີ້ເປັນການບັນລຸການເຊື່ອມໂຍງເຊື່ອມຈອດລະຫວ່າງຕົວເມືອງທີ່ມີທ່າບົກຂອງຈີນ ກັບ ຕົວເມືອງທີ່ມີທ່າກຳປັ່ນຂອງໄທ. ໂດຍຜ່ານເສັ້ນທາງໃໝ່ສາຍນີ້, ວິສາຫະກິດຂອງຈີນຈະສາມາດຈຳໜ່າຍສິນຄ້າໄປສູ່ຕະຫຼາດອາຊຽນໄດ້ຢ່າງສະດວກວ່ອງໄວກວ່າເກົ່າ, ພ້ອມກັນນັ້ນ, ສິນຄ້າທີ່ມີຄຸນນະພາບດີຂອງອາຊຽນກໍສາມາດເຂົ້າມາເຖິງຕະຫຼາດຂອງຈີນໄດ້ຢ່າງວ່ອງໄວກວ່າເກົ່າ ເຊິ່ງເປັນການຈັດສັນຊັບພະຍາກອນໄດ້ເປັນຢ່າງດີກວ່າເກົ່າ ທັງເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທາງດ້ານຕະຫຼາດ.