ທ່ານ​ຫວາງ​ຢີ້​ຈະ​ເປັນ​ປ​ະ​ທານ​ຈັດ​ການ​ພົບ​ປະ​ຄັ້ງ​ທີ 5 ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຈີນ-ອາ​ຊີ​ກາງ

CRI, November 29, 2024
Size:

ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຈະເປັນປະທານຈັດການພົບປະຄັ້ງທີ 5 ລະຫວ່າງລັດຖະມົນຕີຕ່າງປະເທດຈີນ-ອາຊີກາງ ທີ່ຈະຈັດຂຶ້ນຢູ່ນະຄອນເສິງຕູແຂວງເສສວນຈີນ ລະຫວ່າງວັນທີ 30 ພະຈິກຫາວັນທີ 1 ທັນວາໜ້ານີ້. ທ່ານນົວເຕຣອູ  ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດອາຊັກສະຖານ, ທ່ານກູຣູບາເຢຟ ລັດຖະມົນຕີກະຊວງການຕ່າງປະເທດກຽກກິດສະຖານ, ທ່ານມີຣີດິນ ລັດຖະມົນຕີກະຊວງການຕ່າງປະເທດຕາຊີກີສະຖານ, ທ່ານເມເຣດົຟ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຕູກູແມນສະຖານ ແລະ ທ່ານໄຊດົຟ ລັດຖະມົນຕີກະຊວງການຕ່າງປະເທດອູສເບກີສະຖານຈະເດີນທາງມາເຂົ້າຮ່ວມກອງປະຊຸມຢູ່ຈີນ.