ມາເຖິງເດືອນຕຸລາປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າທົ່ວສັງຄົມຈີນມີເຖິງ 28,78 ຕື້ຢວນ

CRI, November 29, 2024
Size:

ວັນທີ 29 ພະຈິກນີ້, ສະຫະພັນການຈັດຊື້ ແລະ ຈໍລະຈອນສິນຄ້າຈີນໄດ້ເປີດເຜີຍຕົວເລກການເຄື່ອນໄຫວຈໍລະຈອນສິນຄ້າແຕ່ເດືອນມັງກອນຫາເດືອນຕຸລາປີນີ້ ໂດຍສະແດງໃຫ້ເຫັນວ່າ: ຄຽງຄູ່ກັບນະໂຍບາຍຕ່າງໆໄດ້ຮັບການຈັດຕັ້ງປະຕິບັດຕາມໆກັນ, ປັດໄຈທີ່ມີທ່າຕັ້ງໜ້າກໍໄດ້ສະສົມເພີ່ມຂຶ້ນ ເຮັດໃຫ້ການຈໍລະຈອນສິນຄ້າມີທ່ວງທ່າພັດທະນາໄປໃນທາງທີ່ດີໃນຫຼາຍຂົງເຂດ ແລະ ຫຼາຍຂອດ.

ແຕ່ເດືອນມັງກອນຫາເດືອນຕຸລາ, ຍອດມູນຄ່າການຈໍລະຈອນສິນຄ້າທົ່ວສັງຄົມຈີນສູງເຖິງ28,78 ຕື້ຢວນ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈັງຫວະການເຕີບໂຕໄດ້ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ໄລຍະແຕ່ເດືອນມັງ ກອນຫາເດືອນກັນຍາ. ໃນເດືອນຕຸລາປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າທົ່ວສັງຄົມຈີນໄດ້ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ເດືອນຕຸລາຂອງປີຜ່ານມາ, ເປັນຈັງຫວະການເຕີບໂຕສູງທີ່ສຸດນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນມາ ເຊິ່ງສະແດງໃຫ້ ເຫັນວ່າ ການເຄື່ອນໄຫວການຈໍລະຈອນສິນຄ້າໄດ້ພັດທະນາແຂງແຮງຂຶ້ນໃນລະດັບໃດໜຶ່ງ ແລະ ໃນຂະນະດຽວກັນ, ການພັດທະນາໄປໃນທິດທາງທີ່ດີທີ່ມີລັກສະນະໂຄງປະກອບກໍນັບມື້ນັບຈະແຈ້ງ.