ນະໂຍບາຍຍົກເວັ້ນວີຊາໄດ້ດຶງດູດນັກທ່ອງທ່ຽວຫຼາຍປະເທດຂີ່ລົດໄຟຈີນ-ລາວ

CRI, November 26, 2024
Size:

ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 22 ພະຈິກນີ້ວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງບຸກຄະລາກອນຈີນແລະຕ່າງປະເທດຕື່ມອີກ, ຈີນຕົກລົງເປີດກວ້າງຂອບເຂດປະເທດທີ່ປະຕິບັດນະໂຍບາຍຍົກເວັ້ນວີຊາ ເຊິ່ງເລີ່ມແຕ່ວັນທີ 30 ພະຈິກ 2024 ເປັນຕົ້ນໄປຈົນຮອດວັນທີ 31 ທັນວາ 2025,ຈະທົດລອງປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ຜູ້ຖືພາສປອດທຳມະດາຈາກ9ປະເທດເຊັ່ນ: ບຸນກາຣີ, ຣູມານີ ແລະຍີ່ປຸ່ນເປັນຕົ້ນ.

ນອກນີ້, ຈີນຍັງໄດ້ຕົກລົງປັບປຸງນະໂຍບາຍຍົກເວັ້ນວີຊາໃຫ້ດີຂຶ້ນຕື່ມອີກ ໂດຍຈັດເອົາການແລກປ່ຽນຢ້ຽມຢາມເປັນສາເຫດໜຶ່ງໃນການຍົກເວັ້ນວີຊາເຂົ້າເມືອງ ຂະນະທີ່ແກ່ຍາວເວລາເຂົ້າເມືອງແບບຍົກເວັ້ນວີຊາຈາກ 15 ວັນທີ່ປະຕິບັດໃນປັດຈຸບັນໃຫ້ເປັນ 30 ວັນ. ນັບແຕ່ວັນທີ 30 ພະຈິກ 2024 ເປັນຕົ້ນໄປ, ຜູ້ຖືພາສປອດທຳມະດາຂອງ38ປະເທດທີ່ຍົກເວັ້ນວີຊາ ເຊິ່ງລວມທັງ  9 ປະເທດດັ່ງກ່າວທີ່ເດີນທາງມາຈີນເຮັດທຸລະກິດ, ທ່ອງທ່ຽວ ຢ້ຽມຢາມໝູ່ເພື່ອນຍາດຕິພີ່ນ້ອງ ແລກປ່ຽນຢ້ຽມຢາມ ແລະ ຜ່ານແດນບໍ່ກາຍ  30 ວັນ, ຈະສາມາດຍົກເວັ້ນວີຊາເຂົ້າເມືອງໄດ້.

ຫວ່າງມໍ່ໆມານີ້, ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ໄປເອົາຂ່າວຢູ່ເທິງລົດໂດຍສານສາກົນຕາມທາງລົດໄຟຈີນ-ລາວຂະບວນໄປກັບລະຫວ່າງນະຄອນຄຸນໝິງແຂວງຢຸນນານຈີນ-ນະຄອນຫຼວງວຽງຈັນລາວ ໂດຍໄດ້ລົງເລິກສຳພາດຜູ້ໂດຍສານຢູ່ຂະບວນລົດໄຟຖ້ຽວ D87/88 ທີ່ແລ່ນລົດຕາມທາງລົດໄຟຈີນ-ລາວຕອນຢູ່ປະເທດຈີນ. ນັກທ່ອງທ່ຽວສາກົນຫຼາຍຄົນໄດ້ໃຫ້ຮູ້ວ່າ: ລົດໄຟຈີນ-ລາວມີຄວາມສະດວກສະບາຍແລະວ່ອງໄວກໍຄືນະໂຍບາຍຍົກເວັ້ນວີຊາເຂົ້າເມືອງຈີນແມ່ນປັດໄຈສຳຄັນທີ່ດຶງດູດເຂົາເຈົ້າ“ຂີ່ລົດໄຟມາຈີນ”.

ທ້າວ ນິກ ຜູ້ໂດຍສານຈາກໂຮນລັງທີ່ມີອາຍຸ 25 ປີເວົ້າວ່າ: ໃນໄລຍະເດີນທາງທ່ອງທ່ຽວໄດ້ຍິນວ່າມີລົດໄຟຈີນ-ລາວ ແລະ ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ໂຮນລັງແລ້ວ, ພວກເຮົາກໍຄິດວ່າຄວນມາທ່ຽວຈີນ.

ທ້າວ ອານເນສ ຜູ້ໂດຍສານນັອກແວທີ່ມີອາຍຸ 68 ປີເວົ້າວ່າ: ລະບຽບການເຂົ້າເມືອງຈີນມີຄວາມສະດວກສະບາຍຫຼາຍ, ຍ້ອນມີນະໂຍບາຍຍົກເວັ້ນວີຊາ, ຂ້ອຍບໍ່ໄດ້ພົບບັນຫາຫຍັງເລີຍ.

ທ້າວ ສະຕີເຟັນ ຜູ້ໂດຍສານອີຕາລີເວົ້າວ່າ: ການເຂົ້າເມືອງມີຄວາມສະດວກຫຼາຍ, ມີສຽງແຈ້ງເຕືອນຂໍ້ມູນດ້ວຍພາສາອີຕາລີນຳອີກ. 

ທ້າວ ມັດຊູ ຜູ້ໂດຍສານອົສຕຣາລີແມ່ນໄດ້ມາຈີນເປັນເທື່ອທີ 3 ແລ້ວ, ແຕ່ເປັນເທື່ອທຳອິດທີ່ຂີ່ລົດໄຟເຂົ້າເມືອງຈີນ. ລາວບອກໃຫ້ຮູ້ວ່າ: ມາຈີນ 3 ເທື່ອລ້ວນແຕ່ແມ່ນໄດ້ໃຊ້ນະໂຍບາຍຍົກເວັ້ນວີຊາ,ຫວັງວ່າປີໜ້າຈະສາມາດມາທ່ຽວຈີນອີກແລະຢູ່ຈີນເປັນເວລາດົນກວ່າ.