ວັນທີ 3 ທັນວາ 2024, ເສັ້ນທາງລົດໄຟຈີນ-ລາວຈະສະເຫຼີມສະຫຼອງການເປີດນໍາໃຊ້ຄົບຮອບ 3 ປີ. ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກບໍລິສັດເສັ້ນທາງລົດໄຟລາວ-ຈີນຈຳກັດວ່າ: ເສັ້ນທາງລົດໄຟຈີນ-ລາວຕອນທາງຢູ່ປະເທດລາວ ໄດ້ຕ້ອນຮັບຜູ້ໂດຍສານຢ່າງຫຼວງຫຼາຍ, ເຊິ່ງຈໍານວນ ຜູ້ໂດຍສານທີ່ໄດ້ຂົນສົ່ງ ໃນວັນທີ 17 ພະຈິກ2024 ໄດ້ສ້າງສະຖິຕິສູງສຸດຕໍ່ມື້ເຖິງ 14.912 ເທື່ອຄົນ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດນໍາໃຊ້ເປັນຕົ້ນມາ, ເສັ້ນທາງລົດໄຟຈີນ-ລາວ ຕອນທາງຢູ່ປະເທດລາວໄດ້ຂົນສົ່ງຜູ້ໂດຍສານ 7,214 ລ້ານເທື່ອຄົນ, ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນ ມີຫຼາຍກວ່າ 10,5084 ລ້ານໂຕນ, ເຊິ່ງໄດ້ເພີ່ມພະລັງແຮງຂັບເຄື່ອນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດຂອງປະເທດລາວ ແລະ ພາກພື້ນ.