ຕອນເຊົ້າວັນທີ 15 ພະຈິກ 2024 ພິທີມອບລາງວັນການແຂ່ງຂັນວິດີໂອສັ້ນພາຍໃຕ້ຫົວຂໍ້ "ຄວາມປະທັບໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ຄັ້ງທີ 2 ພ້ອມທັງພິທີເປີດກິດຈະກຳເກັບກຳຂ່າວຂອງສື່ມວນຊົນພາຍໃຕ້ຫົວຂໍ້ "ຄວາມປະທັບໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ໄດ້ຈັດຂຶ້ນຢູ່ນະຄອນ ລາຊາ ເຂດປົກຄອງຕົນເອງຊີຈ້າງຈີນ. ມີຜູ້ຕາງໜ້າສື່ມວນຊົນຈາກບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊັ່ນ: ປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆໄດ້ເຕົ້າໂຮມກັນຢູ່ພູພຽງຫິມະ ຊອກຄົ້ນການສະແດງທີ່ມີຊີວິດຊີວາ ແລະ ການປ່ຽນແປງຜ່ານການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ດ້ວຍຮູບແບບວິດີໂອສັ້ນຕາມສະພາບການໃນຍຸກໃໝ່ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ໃນພິທີມອບລາງວັນ ວິດີໂອ "ຄວາມຮັກຂອງກວາງແດງ" ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນວິດີໂອສັ້ນພາຍໃຕ້ຫົວຂໍ້ "ຄວາມປະທັບໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ຜົນງານນີ້ຕົ້ນຕໍແມ່ນ ສະແດງໃຫ້ເຫັນເຖິງເລື່ອງລາວລະຫວ່າງຜູ້ເຖົ້າ ຊຽງຊູລະຫມູ້ ຢູ່ນະຄອນຊ່າງຕູ່ ເຂດປົກຄອງຕົນເອງຊີຈ້າງ ກັບ ກວາງແດງຢູ່ພູພຽງ. ສ່ວນວິດີໂອ “ລະຄອນຟ້ອນລາຊະວົງທີ່ເປັນມໍລະດົກວັດທະນະທຳນາມມະທຳຂອງກຳປູເຈຍ” ໄດ້ຮັບລາງວັນທີ 2, ລະຄອນຟ້ອນລາຊະວົງແມ່ນຕົວແທນການສືບທອດມໍລະດົກວັດທະນະທຳນາມມະທຳ ຈຸດປະສົງຕົ້ນຕໍຂອງການຖ່າຍທຳ ເພື່ອໂຄສະນາເຜີຍແຜ່ສະພາບການສືບທອດຂອງບັນດາຊົນເຜົ່າ ແລະ ເຮັດໃຫ້ຜູ້ຄົນຫັນມາໃຫ້ຄວາມສົນໃຈມໍລະດົກວັດທະນະທໍານາມມະທຳຫຼາຍກວ່າເກົ່າ.