ຝ່າຍຈີນຕົກລົງອອກວິຊາ “ແມ່​ນ້ຳລ້ານຊ້າງ-ແມ່​ນ້ຳຂອງ”

lmcchina.org, November 18, 2024
Size:

ວັນທີ 17 ພະຈິກ 2024, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ພ້ອມດ້ວຍ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 8 ຂອບການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ທີ່ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ. ມີບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກລາຊະອານາຈັກກຳປູເຈຍ, ສປປ ລາວ, ສ ມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ ລວມທັງ ຜູ້ວ່າການທະນາຄານພັດທະນາອາຊີ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ເຊັ່ນ: ຖະແຫຼງການກອງປະຊຸມສຸດຍອດຄັ້ງທີ 8 ຂອບການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ແລະ ຍຸດທະສາດການພັດທະນານະວັດຕະກໍາຮອດປີີ 2030 ພາຍໃຕ້ຂອບການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງ.

ທ່ານ ຫຼີສຽງ ໄດ້ສະເໜີ 4 ຂໍ້ສະເໜີຕໍ່ກອງປະຊຸມ ກ່ຽວກັບການລົງເລິກການຮ່ວມມືໃນພາກພື້ນ ຄື: ໜຶ່ງ, ແມ່ນຍຶດໝັ້ນການເປີດປະຕູ ແລະ ການຮ່ວມມື, ຮ່ວມກັນຊຸກຍູ້ການເປີດປະຕູຕໍ່ກັນທີ່ມີລະດັບສູງກວ່າເກົ່າ ແລະ ມີຂະໜາດໃຫຍ່ກວ່າເກົ່າ, ປັບປຸງໂຄງສ້າງດ້ານເສດຖະກິດພາກພື້ນແບບເປີດປະຕູໃຫ້ສົມບູນ ແລະ ສ້າງຕະຫຼາດຂະໜາດໃຫຍ່ທີ່ມີປະສິດທິພາບກວ່າເກົ່າ ແລະ ມີຊີວິດຊີວາກວ່າເກົ່າ; ສອງ, ແມ່ນເນັ້ນໜັກການນຳໜ້າດ້ວຍນະວັດຕະກຳ, ເພີ່ມທະວີການເຊື່ອມສານ ແລະ ການປະສານງານດ້ານນະໂຍບາຍນະວັດຕະກຳ, ຊຸກຍູ້ໃຫ້ປັດໄຈນະວັດຕະກຳສາມາດເຄື່ອນຍ້າຍໄດ້ຢ່າງມີປະສິດທິພາບສູງ, ເລັ່ງລັດການປະຍຸກໃຊ້ຜົນງານດ້ານນະວັດຕະກຳ, ສະໜັບສະໜູນ ແລະ ໃຫ້ການຄ້ຳປະກັນແກ່ການຮ່ວມມືດ້ານນະວັດຕະກຳເພື່ອຈະໄດ້ຮັບການພັດທະນາ ລົງສູ່ລວງກວ້າງ ແລະ ລວງເລິກຢ່າງຕໍ່ເນື່ອງ; ສາມ, ແມ່ນລົງເລິກການກໍ່ສ້າງດ້ານການເຊື່ອມໂຍງເຊື່ອມຈອດ, ລົງເລິກຊຸກຍູ້ການເຊື່ອມໂຍງດ້ານຮາດແວ ໂດຍສະເພາະດ້ານພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ທາງຫຼວງ, ທາງລົດໄຟ ແລະ ທ່າກຳປັ່ນ ເປັນຕົ້ນ, ເພີ່ມທະວີການເຊື່ອມໂຍງດ້ານຊອບແວ ໂດຍສະເພາະດ້ານນະໂຍບາຍ, ກົດໝາຍ, ການຕິດຕາມຄຸ້ມຄອງ, ລະບຽບການ, ມາດຕະຖານ ແລະ ຂົງເຂດອື່ນໆ, ພະຍາຍາມຍົກສູງຄວາມສະດວກດ້ານການແກ້ໄຂບັນຫາຂ້າມແດນ ແລະ ການຊຳລະດ້ວຍສະກຸນເງິນຂອງປະເທດຕົນ, ຕັ້ງໜ້າສ້າງເຂດສາທິດດ້ານການຮ່ວມມືຂ້າມແດນທີ່ມີຈຳນວນຫຼາຍກວ່າເກົ່າ, ເລັ່ງລັດຂະບວນການເຊື່ອມໂຍງເສດຖະກິດຂອງພາກພື້ນ; ສີ່, ແມ່ນຮັດແໜ້ນການແລກປ່ຽນ ແລະ ການປະສານງານ, ປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ອອກແຮງຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດໃນອະນຸພາກພື້ນແມ່ນ້ຳຂອງ ໄດ້ຮັບການພັດທະນາຢ່າງກົມກຽວເຂົ້າກັບກົນໄກຕ່າງໆ ເຊັ່ນ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກົນໄກລຸ່ມແມ່ນ້ຳຂອງ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳອີຣະວະດີ, ຄະນະກຳມະການແມ່ນ້ຳຂອງ ເພື່ອສ້າງບັນຍາກາດຂອງການຮ່ວມມືທີ່ດີແບບໂອບເອື້ອອາລີ ແລະ ສົ່ງເສີມເຊິ່ງກັນແລະກັນ.

ຜູ້ນຳບັນດາປະເທດ ພ້ອມດ້ວຍຜູ້ຮັບຜິດຊອບຂອງອົງການກ່ຽວຂ້ອງ ທີ່ ເຂົ້າຮ່ວມປະຊຸມ ລ້ວນແຕ່ເຫັນດີໃນການຂະຫຍາຍການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດ-ການຄ້າ, ກະສິກຳ, ການເຊື່ອມໂຍງເຊື່ອມຈອດ, ເສດຖະກິດດີຈິຕອນ, ການພັດທະນາແບບສີຂຽວ, ການປິ່ນປົວພະຍາດ ແລະ ສາທາລະນະສຸກ, ການທ່ອງທ່ຽວ, ວັດທະນະທໍາ ແລະອື່ນໆ.

ທ່ານ ຫຼີສຽງຍັງໄດ້ປະກາດວ່າ: ຝ່າຍຈີນຕົກລົງອອກວິຊາ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ 5 ປະເທດຢູ່ລຽບຕາມແມ່ນ້ຳຂອງ ຄື: ອອກວິຊາທຸລະກິດເຂົ້າອອກໄດ້ຫຼາຍເທື່ອເປັນເວລາ 5 ປີ ໃຫ້ແກ່ນັກທຸລະກິດທີ່ຄົບຕາມເງື່ອນໄຂທີ່ກຳນົດໄວ້.