ກອງປະຊຸມສຸດຍອດຄັ້ງທີ 8 ຂອບການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນໃນວັນທີ 6 ຫາ 7 ພະຈິກນີ້. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 30 ກວ່າປີ, ກົນໄກການຮ່ວມມືດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງນັບມື້ນັບກາຍເປັນເວທີສຳຄັນຂອງຈີນ ແລະ ບັນດາປະເທດແມ່ນ້ຳຂອງ ເພື່ອເປິກສາຫາລືການຮ່ວມມື ແລະ ຊຸກຍູ້ການພັດທະນາ. ນັບແຕ່ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາ 2021, ທາງລົດໄຟຈີນ-ລາວໄດ້ກາຍເປັນຊ່ອງທາງຕິດຕໍ່ທີ່ສຳຄັນລະຫວ່າງຈີນກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວ ຍ້ອນມີຄວາມປະຢັດ, ປະສິດທິພາບສູງ, ແລະ ສະດວກສະບາຍ, ໄດ້ສ້າງພະລັງຂັບເຄື່ອນໃໝ່ເຂົ້າໃນຄວາມຈະເລີນຮຸ່ງເຮືອງດ້ານການຄ້າ ແລະ ການພັດທະນາເສດຖະກິດຂອງອະນຸພາກພື້ນແມ່ນ້ຳຂອງ.
ໂດຍສະເພາະນັບແຕ່ປີນີ້ເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟຈີນ-ລາວ ໄດ້ສະແດງໃຫ້ເຫັນທ່ວງທ່າການ ເຕີບໂຕຢ່າງແຂງແຮງ. ແຕ່ວັນທີ 1 ມັງກອນຫາວັນທີ 31 ຕຸລາປີນີ້, ທາງລົດໄຟຈີນ-ລາວໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 16 ລ້ານຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 16 ລ້ານໂຕນ, ໃນນັ້ນ ການຂົນສົ່ງສິນຄ້າຂ້າມຊາຍແດນບັນລຸຫຼາຍກວ່າ 4 ລ້ານໂຕນ. ນັບຕັ້ງແຕ່ທາງລົດໄຟຈີນ-ລາວເປີດບໍລິການ, ມາຮອດວັນທີ 3 ພະຈິກນີ້, ໄດ້ແລ່ນ ລົດໄຟໂດຍສານຫຼາຍກວ່າ 60.000 ຂະບວນ, ສົ່ງຜູ້ໂດຍສານ 41,7 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 46,7 ລ້ານໂຕນ, ສິນຄ້າຂ້າມຊາຍແດນມີເຖິງ 10,7 ລ້ານໂຕນ. ຕົວເລກເຫຼົ່ານີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມສາມາດໃນການຂົນສົ່ງຂອງທາງລົດໄຟຈີນ-ລາວເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງບົດບາດຂອງທາງລົດໄຟດັ່ງກ່າວ ໃນການຊຸກຍູ້ການເຊື່ອມໂຍງເຊື່ອຈອດກັນຂອງພາກພື້ນ ແລະ ການແລກປ່ຽນດ້ານວັດທະນະທຳອີກດ້ວຍ.
ການຂົນສົ່ງຜ່ານເສັ້ນທາງສາກົນໃນອະນຸພາກພື້ນແມ່ນ້ໍາຂອງທີ່ດໍາເນີນການທົດລອງໃນເດືອນມິຖຸນາປີນີ້ ໄດ້ຊ່ວຍໃຫ້ຂະບວນລົດຂົນສົ່ງສາມາດຂົນສົ່ງຂ້າມຊາຍແດນພາຍໃນພາກພື້ນໂດຍບໍ່ຕ້ອງປ່ຽນລົດ ຫຼື ເປີດຕູ້ລົດ. ການເປີດບໍລິການລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວ ເຊັ່ນ: "ສາຍປັກກິ່ງ-ຢຸນນານ-ລ້ານຊ້າງ-ແມ່ນ້ຳຂອງ", "ສາຍຊຽງໄຮ້-ຢຸນນານ-ລ້ານຊ້າງ-ແມ່ນ້ຳຂອງ" ແລະອື່ນໆ ເຊິ່ງໄດ້ຫຼຸດເວລາ ແລະ ຄ່າໃຊ້ຈ່າຍການຂົນສົ່ງໃຫ້ໜ້ອຍລົງຢ່າງຫຼວງຫຼາຍໃນການຈຳໜ່າຍສິນຄ້າໄປປະເທດຈີນ. ເຊິ່ງເປັນການຄ້າປະກັນຢ່າງແຂງແຮງໃຫ້ແກ່ຄວາມຈະເລີນຮຸ່ງເຮືອງດ້ານການຄ້າຂອງພາກພື້ນ.
ທາງລົດໄຟຈີນ-ລາວຍັງໄດ້ຊຸກຍູ້ການແລກປ່ຽນ ແລະ ການພົວພັນລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ມາຮອດວັນທີ 5 ພະຈິກນີ້, ດ່ານບໍ່ຫ່ານຈີນ-ລາວໄດ້ກວດກາ ແລະ ອະນຸຍາດ 900.000 ເທື່ອຄົນຈາກປະເທດ ອະນຸພາກພື້ນແມ່ນ້ຳຂອງຜ່ານດ່ານ, ເພີ່ມຂຶ້ນ 116,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 3 ປະເທດທີ່ມີຈໍານວນຄົນເຂົ້າ-ອອກຫຼາຍອັນດັບແຕ່ທີ 1-3 ແມ່ນ ລາວ, ໄທ ແລະ ຫວຽດນາມ. ຈຳນວນຄົນເຂົ້າ-ອອກເມືອງຂອງປະເທດອະນຸພາກພື້ນແມ່ນ້ຳຂອງໂດຍຜ່ານດ່ານບໍ່ຫ່ານສະເລ່ຍຕໍ່ມື້ ໄດ້ເພີ່ມຂຶ້ນຈາກ 1.300 ກວ່າເທື່ອຄົນໃນປີກາຍ ເປັນ 2.800 ກວ່າເທື່ອຄົນໃນປີນີ້. ການແລກປ່ຽນ ແລະ ຮ່ວມມືດ້ານເສດຖະກິດການຄ້າລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງແມ່ນມີຄວາມຄຶຄັກຫຼາຍ.
ສິ່ງທີ່ໜ້າສົນໃຈນັ້ນກໍຄື, ເພື່ອຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນດ້ານເສດຖະກິດຂອງອະນຸພາກພື້ນແມ່ນ້ຳຂອງໃຫ້ດີກວ່າເກົ່າ, ຈີນໄດ້ຕັດສິນໃຈອອກ "ວີຊາລ້ານຊ້າງ-ແມ່ນ້ຳຂອງ" ໃຫ້ 5 ປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງ ໂດຍຈະອອກວີຊາເຂົ້າ-ອອກເມືອງຈີນໄດ້ຫຼາຍເທື່ອທີ່ມີເວລາກຳນົດໃຊ້ 5 ປີ ໃຫ້ແກ່ນັກທຸລະກິດທີ່ໄດ້ເງື່ອນໄຂ.
ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຕົ້ນກຳເນີດຈາກພູ Tanggula ຂອງຈີນ ແລະ ເຕົ້າໂຮມຫຼາຍສາຂາຈົນນັບບໍ່ຖ້ວນໃຫ້ເປັນແມ່ນ້ຳສາຍດຽວກັນ ແລ້ວກາຍເປັນກະແສນ້ຳໄຫຼລົງທິດໃຕ້ຢ່າງແຮງ, ໄດ້ລໍ່ລ້ຽງປະຊາຊົນບັນດາປະເທດໃນພາກພື້ນ; ທາງລົດໄຟຈີນ-ລາວເນັ່ງໄປທາງໄກເໝືອນດັ່ງມັງກອນເຫຼັກກ້າ, ໄດ້ເນຳເອົາພະລັງຊີວິດ ແລະ ຄວາມຫວັງໃຫມ່ມາໃຫ້ແກ່ແຜ່ນດິນອັນກວ້າງໃຫຍ່ໄພສານທີ່ສວຍງາມແຫ່ງນີ້. ເຊື່ອໝັ້ນວ່າ, ພາຍໃຕ້ການສະໜັບສະໜູນຈາກກົນໄກການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ແລະ ທາງລົດໄຟຈີນ-ລາວ, ການຮ່ວມມືແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງຈະໄດ້ຮັບໝາກຜົນອັນອຸດົມສົມບູນ ແລະ ດີງາມກວ່າເກົ່າ.