ວັນທີ 29 ຕຸລາ 2024, ກອງປະຊຸມເວທີເປິກສາຫາລື ກ່ຽວກັບການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກໍຄື ກອງປະຊຸມສົນທະນາລະຫວ່າງເມືອງປະຫວັດສາດ ແລະ ວັດທະນະທຳ ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງຈີນ. ຜູ້ຮັບຜິດຊອບອົງການປົກຄອງທ້ອງຖິນທີ່ມາຈາກ 10 ກວ່ານະຄອນຂອງປະເທດກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງ ແລະ ນະຄອນຂອງຈີນ ມີຄວາມມຸ່ງຫວັງຮ່ວມກັນໃນການລົງເລິກການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ກອງປະຊຸມດັ່ງກ່າວແມ່ນລິເລີ່ມ ແລະ ສ້າງຕັ້ງຂຶ້ນໂດຍສະມາຄົມມິດຕະພາບກັບນາໆຊາດຂອງປະຊາຊົນຈີນ ແນໃສ່ເສີມຂະຫຍາຍທ່າແຮງຂອງທ້ອງຖິນ ບຳລຸງສ້າງກຳລັງແຮງຂັບເຄື່ອນໃນການຮ່ວມມື ສ້າງພື້ນຖານດ້ານຈິດໃຈຂອງປະຊາຊົນ ແລະ ຊຸກຍູ້ການແລກປ່ຽນດ້ານອະລິຍະທຳ, ເພື່ອສ້າງເວທີທີ່ມີປະສິດທິພາບໃຫ້ແກ່ 6 ປະເທດຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ເພີ່ມທະວີການຮ່ວມມື ແລະ ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃນລະດັບທ້ອງຖິ່ນ.